UNDP ຊົມ​ເຊີຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ບົດ​ລາຍ​ງານ​ກາງ​ສະ​ໄໝ UPR

(VOVWORLD) -  ທ່ານນາງ Caitlin Wiesen ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ທີ່ໄດ້ປະຕິບັດການຕິດຕາມຄວາມຄືບໜ້າໃນການປະຕິບັດບັນດາຂໍ້ສະເໜີແນະຂອງ UPR ອາຍຸການທີ III. 
UNDP ຊົມ​ເຊີຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ບົດ​ລາຍ​ງານ​ກາງ​ສະ​ໄໝ UPR - ảnh 1ທ່ານນາງ Caitlin Wiesen ຫົວໜ້າຄະນະຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ  (ພາບ: VGP)

ຕາມແຫຼ່ງຂ່າວຈາກອົງການພັດທະນາ ສປຊ (UNDP)ແລ້ວ, ທ່ານນາງ Caitlin Wiesen ຫົວໜ້າຄະນະຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ ໄດ້ສະແດງຄວາມຊົມເຊີຍຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການປະຕິບັດບົດລາຍງານກາງສະໄໝ ໃນການປະຕິບັດບັນດາຂໍ້ສະເໜີແນະຕາມກົນໄກສຳຫຼວດກວດກາປະຈຳໄລຍະກ່ຽວກັບສິດທິມະນຸດ (UPR) ອາຍຸການທີ III ຂອງ ສະພາສິດທິມະນຸດ ສປຊ ດ້ວຍຄວາມສະໝັກໃຈ, ອັນໄດ້ເປັນການສະແດງໃຫ້ເຫັນການໃຫ້ຄຳໝັ້ນສັນຍາໃນການຊຸກຍູ້ການຮ່ວມມືຫຼາຍຝ່າຍ ແລະ ລັດແຫ່ງອຳນາດນິຕິບັນຍັດ.

        ທ່ານນາງ Caitlin Wiesen ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ທີ່ໄດ້ປະຕິບັດການຕິດຕາມຄວາມຄືບໜ້າໃນການປະຕິບັດບັນດາຂໍ້ສະເໜີແນະຂອງ UPR ອາຍຸການທີ III, ພ້ອມທັງເນັ້ນໜັກເຖິງເລື່ອງ ຫວຽດນາມ ຕັດສິນໃຈປະຕິບັດບົດລາຍງານກາງສະໄໝດ້ວຍຄວາມສະໝັກໃຈນັ້ນ ໄດ້ສະແດງໃຫ້ເຫັນການໃຫ້ຄຳໝັ້ນສັນຍາຢ່າງແຮງ ແລະ ຕັດສິນໃຈປະຕິບັດຕາມບັນດາຂໍ້ສະເໜີແນະທີ່ໄດ້ສະເໜີ ແລະ ຮັບຮອງໃນອາຍຸການທີ III. ຄຳໝັ້ນສັນຍາດັ່ງກ່າວ ມີຄວາມສຳຄັນເປັນພິເສດ ໃນສະພາບທີ່ ຫວຽດນາມ ພວມອອກສະໝັກເລືອກຕັ້ງເຂົ້າເປັນສະມາຊິກສະພາສິດທິມະນຸດ ສປຊ.


ຕອບກັບ

ຂ່າວ/ບົດ​ອື່ນ