UNDP ປະ​ກາດ​​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ໄລ​ຍະ 2021 – 2025 ໃຫ້​ແກ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ

(VOVWORLD) -UNDP ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ - 19 ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.
UNDP ປະ​ກາດ​​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ໄລ​ຍະ 2021 – 2025 ໃຫ້​ແກ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ - ảnh 1UNDP ໂຮມປະຊຸມກັບບັນດາປະເທດ ອາຊຽນ ແລະ ບັນດາປະເທດມີຄວາມສົນໃຈໃນພາກພື້ນ ອາຊີ - ປາຊີຟິກ (ພາບ:ນັກຂ່າວ VOV ປະຈຳ ອາເມລິກາ)

ວັນທີ 19 ມັງກອນ, ອົງການ ສປຊ ເພື່ອການພັດທະນາ (UNDP) ໄດ້ສົມທົບກັບ ຄະນະຜູ້ຕາງໜ້າ ບຣູໄນ ປະຈຳ ສປຊ, ປະທານ ຄະນະກຳມະການ ອາຊຽນ ຢູ່ ນິວຢອກ ປີ 2021 ໂຮມປະຊຸມກັບບັນດາປະເທດ ອາຊຽນ ແລະ ບັນດາປະເທດມີຄວາມສົນໃຈໃນພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບ ຫົວຂໍ້ “ຈັດສັນຄືນໃໝ່ພາຍຫຼັງການລົ້ມລະລາຍ: ສະພາບການພັດທະນາຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ບັນດາບຸລິມະສິດລະດັບພາກພື້ນ ຂອງ UNDP.” ທ່ານນາງ Kanni Wignaraja, ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ, ຮອງຜູ້ອຳນວຍການໃຫຍ່ ທັງເປັນ ຜູ້ອຳນວຍການອົງການ UNDP ປະຈຳ ພາກພື້ນ ອາຊີ - ປາຊີຟິກ, ຢັ້ງຢືນວ່າ UNDP ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ - 19 ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຟືອງຈ່າ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ  ສະເໜີໃຫ້ UNDP ຄວນເອົາໃຈໃສ່ເຖິງການໜູນຊ່ວຍບັນດາປະເທດໃນພາກພື້ນປັບປຸງລະບອບລະບຽບການ, ຊັບພະຍາກອນມະນຸດ ແລະ ໂຄງປະກອບພື້ນຖານໂຄງລ່າງໃຫ້ຄົບຊຸດ; ຫັນປ່ຽນພື້ນຖານເສດຖະກິດຕາມທິດດີຈີຕອນ, ຫຼຸດຜ່ອນການປ່ອຍອາຍ ກາກບອນ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ