UNDP ໜູນ​ຊ່ວຍ​ເງິນ 185.000 USD ໃຫ້​ແກ່​ບັນ​ດາ​ແຂວງ​ຖືກ​ໄພ​ແຫ້ງ​ແລ້ງແລະນ້ຳ​ທະ​ເລ​ຊຶມ

(VOVWORLD) -ວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳແລະພັດທະນາຊົນນະບົດຫວຽດນາມແລະໂຄງການພັດທະນາຂອງສປຊ (UNDP) ໄດ້ລົງນາມໃນຂໍ້ຕົກລົງຢ່າງເປັນທາງການກ່ຽວກັບການໜູນຊ່ວຍໃຫ້ແກ່ບັນດາແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ທີ່ພວມປະສົບກັບໄພແຫ້ງແລ້ງແລະນ້ຳທະເລຊຶມ.
UNDP ໜູນ​ຊ່ວຍ​ເງິນ 185.000 USD ໃຫ້​ແກ່​ບັນ​ດາ​ແຂວງ​ຖືກ​ໄພ​ແຫ້ງ​ແລ້ງແລະນ້ຳ​ທະ​ເລ​ຊຶມ - ảnh 1 ທ່ານນາງ Caitlin Wiesen, ຜູ້ຕາງໜ້າ UNDP ມອບບ້ວງເງິນໜູນຊ່ວຍ 185.000 USD ໃຫ້ແກ່ປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ (ພາບ: Tuoitre.vn)

ຕາມຂໍ້ຕົກລົງນີ້, ຜ່ານກະຊວງກະສິກຳແລະພັດທະນາຊົນນະບົດຫວຽດນາມ, UNDP ຈະມອບໃຫ້ປະຊາຊົນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມບ້ວງເງິນໜູນຊ່ວຍ 185.000 USD ຈາກກອງທຶນສຸກເສີນທົ່ວໂລກເພື່ອໜູນຊ່ວຍການຮັບມືກັບສະພາບແຫ້ງແລ້ງແລະນ້ຳທະເລຊຶມຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ນອກຈາກນັ້ນ, UNDP ກໍ່ຈະໜູນຊ່ວຍການເຈລະຈາດ້ານນະໂຍບາຍໃນການປ້ອງກັນ, ຕ້ານໄພທຳມະຊາດກ່ຽວກັບໄພແຫ້ງແລ້ງແລະນ້ຳທະເລຊຶມ, ນຳໃຊ້ເຕັກໂນໂລຢີມືຖືເພື່ອອັບເດດຜົນເສຍຫາຍທີ່ເກີດຈາກໄພທຳມະຊາດ, ໃນນັ້ນມີບັນຫາໄພແຫ້ງແລ້ງແລະນ້ຳທະເລຊຶມ.

ຕອບກັບ

ຂ່າວ/ບົດ​ອື່ນ