UNDPເພີ່ມທະວີການໜູນຊ່ວຍຫວຽດນາມລົບລ້າງການຈຳແນກປະພຶດລະຫວ່າງຍິງ-ຊາຍ

UNDPເພີ່ມທະວີການໜູນຊ່ວຍຫວຽດນາມລົບລ້າງການຈຳແນກປະພຶດລະຫວ່າງຍິງ-ຊາຍ - ảnh 1
ທ່ານ Bakhodir Burkhanov  ຮອງຜູ້ອຳນວຍການ
UNDP ກ່າວຄຳເຫັນທີ່ພິທີ
 (ພາບ: nhandan.com.vn)

(vovworld) – ວັນ​ທີ 21/12 ຢູ່​ຮ່າ​ໂນ້ຍ, ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ພັດທະນາ (UNDP) ສົມທົບ​ກັບ​ກອງ​ທຶນ​ປະຊາກອນສະຫະ​ປະຊາ​ຊາດ (UNFPA) ​ຈັດ​ຕັ້ງ​ພິທີ​ເລີ່​ມດຳ​ເນີນ​ບັ້ນ​ເຄື່ອນ​ໄຫວ​ໂຄງການ “​ເປັນ​ປົກກະຕິ ຫຼື ຜິດປົກກະຕິ​ເພື່ອ​ເປົ້າ​ໝາຍ​ລົບ​ລ້າງການຈຳ​ແນ​ກປະພຶດ​ລະຫວ່າງ​ຍິງ - ຊາຍ”. ​ໂຄງການ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ​ເວລາ 7 ​ເດືອນ ດ້ວຍ​ການສາຍຟິມຮູ​ບ​ເງົາ ສະ​ແດງ​​ໃຫ້​ເຫັນບັນດາສະພາບ​ການຕ່າວ​ປີ້ນ​ກັນ​ບົດ​ບາດ​ລະຫວ່າງຊາຍ ​ແລະ ຍິງ​​ໃນ​ສັງຄົມ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ຜູ້​ຊົມ​ກ່ຽວ​ກັບ​ບັນດາ​ແນວ​ຄິດຫຍໍ້​ທໍ້ທາງ​ເພດ​ຢູ່ ຫວຽດນາມ. ຜ່ານ​ນັ້ນ ທຸກ​ຄົນ​ຈະ​ມີ​ການ​ດັດ​ປັບ, ​ປ່ຽນ​ແປງ​ທັດສະນະ ​ແລະ ການ​ກະທຳ​ກ່ຽວ​ກັບບົດບາດ​ຂອງ​ເພດຕ່າງໆ​ໃນ​ສັງຄົມ.

ຂ່າວ/ບົດ​ອື່ນ