UNESCO ພ້ອມກັບ ຫວຽດນາມ ລະນຶກວັນເຖິງແກ່ມໍລະນະກໍາຂອງ ບຸລຸດການສຶກສາ ຈູວັນອານ ຄົບຮອບ 650 ປີ

(VOVWORLD) - ຈູວັນອານ ໄດ້ຮັບຖືວ່າ ແມ່ນອາຈານສອນຂອງທຸກສະໄໝ, ເປັນຄູຜູ້ດີເດັ່ນຂອງຫວຽດນາມ, ເພີ່ນໄດ້ອຸທິດສ່ວນຕະຫຼອດຊີວິດໃຫ້ແກ່ ພາລະກິດການສອນ, ດ້ວຍປັດຊະຍາສຶກສາວັດທະນະທໍາມະນຸດ...

ກອງປະຊຸມ ສະພາບໍລິຫານ UNESCO ຄັ້ງທີ 206 ທີ່ຈັດຂຶ້ນຢູ່ ປາຣີ, ຝລັ່ງ ໃນວັນທີ 16 ເມສາ,  ໄດ້ອະນຸມັດຜ່ານບັນຊີລາຍຊື່ສໍາເນົາເອກະສານຕ່າງໆ ເພື່ອສະເໜີຕໍ່ ສະມັດຊາ UNESCO ອອກມະຕິ ພ້ອມກັນຈັດຕັ້ງພິທີລະນຶກເຖິງບັນດາເຫດການ, ບຸກຄົນທີ່ດີເລີດ ໂດຍບັນດາປະເທດສະເໜີມາ. ທີ່ກອງປະຊຸມຄັ້ງນີ້, ສໍາເນົາເອກະສານ ລະນຶກເຖິງວັນແກ່ມໍລະນະກໍາຄົບຮອບ 650 ປີຂອງ ບຸລຸດການສຶກສາ ຈູວັນອານ 650 ປີ ຂອງຫວຽດນາມ ພ້ອມດ້ວຍ ສໍາເນົາເອກະສານອື່ນ 48 ຊຸດ  ໄດ້ຮັບການຮັບຮອງເອົາ. ດັ່ງນັ້ນ, UNESCO ຈະພ້ອມກັບຫວຽດນາມຈັດຕັ້ງພິທີລະນຶກເຖິງວັນແກ່ມໍລະນະກໍາຄົບຮອບ 650 ປິ ຂອງບຸລຸດການສຶກສາ ຈູວັນອານ (1292 – 1370) ໃນປີ 2020.

UNESCO ພ້ອມກັບ ຫວຽດນາມ ລະນຶກວັນເຖິງແກ່ມໍລະນະກໍາຂອງ ບຸລຸດການສຶກສາ ຈູວັນອານ  ຄົບຮອບ 650 ປີ - ảnh 1 (ພາບປະກອບ)

        ຈູວັນອານ ໄດ້ຮັບຖືວ່າ ແມ່ນອາຈານສອນຂອງທຸກສະໄໝ, ເປັນຄູຜູ້ດີເດັ່ນຂອງຫວຽດນາມ, ເພີ່ນໄດ້ອຸທິດສ່ວນຕະຫຼອດຊີວິດໃຫ້ແກ່ ພາລະກິດການສອນ, ດ້ວຍປັດຊະຍາສຶກສາວັດທະນະທໍາມະນຸດ, ບໍ່ຈໍາແນກຄົນຮັ່ງມີກັບຄົນທຸກຍາກ, ການຮຽນໄປຄຽງຄູ່ກັບການຝຶກງານຕົວຈິງ, ຮຽນຕະຫຼອດຊີວິດເພື່ອຮູ້, ເພື່ອເຮັດວຽກ ແລະ ອຸທິດສ່ວນໃຫ້ແກ່ສັງຄົມ. ທັດສະນະການສຶກສາຂອງເພິ່ນ ມີຄຸນຄ່າກ້າວໜ້າຂ້າມຍຸກສະໄໝ, ໃກ້ຊິດຕິດແທດກັບຈຸດປະສົງການສຶກສາຂອງໂລກໃນປັດຈຸບັນ ເຊິ່ງ UNESCO ໄດ້ຖອດຖອນ ແລະ ນໍາສະເໜີ ນັ້ນແມ່ນ: ຮຽນເພື່ອຮູ້, ຮຽນເພື່ອເຮັດ, ຮຽນເພື່ອດໍາລົງຊີວິດຮ່ວມກັນ ແລະ  ຮຽນເພື່ອຄວາມເປັນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ