UNESCO ຮັບ​ຮອງ​ເອົາ ພູ​ຈົ່ວ ແລະ ພູພຽງ ກອນ​ຮ່າ​ນຶ່ງ ຂອງ ຫວຽດ​ນາມ ເປັນ​ເຂດອະ​ນຸ​ລັກ​ຊີ​ວະ​ນາ​ໆ​ພັນ​ໂລກ

(VOVWORLD) -ຕອນບ່າຍວັນທີ 15 ກັນຍາ,  ໃນກອງປະຊຸມຄັ້ງທີ 33 ສະພາປະສານງານສາກົນ ໂຄງການມະນຸດ ແລະ ຊີວະນາໆພັນ ເຊິ່ງຖືກດຳເນີນໃນວັນທີ 13 – 17 ກັນຍາ 2021 ຢູ່ Abuja, ນີເຊເນຍ, ສອງເຂດອະນຸລັກຮັກສາຊີວະນາໆພັນ ພູຈົົ່ວ ແລະ ພູພຽງ ກອນຮ່ານຶ່ງ ຂອງ ຫວຽດນາມ ໄດ້ຮັບການຮັບຮອງເປັນເຂດອະນຸລັກຮັກສາຊີວະນາໆພັນໂລກ ຈາກອົງການ UNESCO.
UNESCO ຮັບ​ຮອງ​ເອົາ ພູ​ຈົ່ວ ແລະ ພູພຽງ ກອນ​ຮ່າ​ນຶ່ງ ຂອງ ຫວຽດ​ນາມ ເປັນ​ເຂດອະ​ນຸ​ລັກ​ຊີ​ວະ​ນາ​ໆ​ພັນ​ໂລກ - ảnh 1ສະພາປະສານງານສາກົນ ໂຄງການມະນຸດ ແລະ ຊີວະນາໆພັນ ໃຫ້ສັດຕະຍາບັນຮັບຮອງເອົາ   ເຂດອະນຸລັກຮັກສາຊີວະນາໆພັນ ພູຈົ່ວ ເປັນ ເຂດອະນຸລັກຮັກສາຊີວະນາໆພັນໂລກ (ພາບ: ນັກຂ່າວ vov ປະຈຳ ຝລັ່ງ)
  ເຂດອະນຸລັກຮັກສາຊີວະນາໆພັນ ພູຈົ່ວ ແມ່ນແບບຢາງໜຶ່ງທີ່ບັນລຸມາດຕະຖານກ່ຽວກັບລະບົບຊີວະພາບປ່າແຫ້ງແລ້ງ ທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້, ເຊິ່ງແມ່ນໜຶ່ງໃນຈຳນວນເຂດຊີວະພາບ 200 ແຫ່ງສຳຄັນຂອງໂລກ ແລະ ໄດ້ຮັບການເລືອກເຟັ້ນວ່າ ແມ່ນໜຶ່ງໃນບັນດາເຂດໃຫ້ບູລິມະສິດອະນຸລັກຮັກສາສູງສຸດຂອງຊີວະນາໆພັນທັງໝົດໃນໂລກ.

ສ່ວນເຂດອະນຸລັກຮັກສາຊີວະນາໆພັນ ພູພຽງ ກອນຮ່ານຶ່ງ ມີລັກສະນະຊີວະສາດສູງ, ເປັນເອກະລັກສະເພາະຂອງລະບົບຊີວະພາບປ່າ, ລະບົບພືດພັນຕ່າງໆໃນປ່າ ແລະ ລະບົບສັດສາວາສິ່ງຢູ່ເຂດໄຕງວຽນ ຂອງ ຫວຽດນາມ. ເຂດດັ່ງກ່າວຍັງມີບົດບາດສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ແລະ ຮັກສາຄວາມດຸ່ນດ່ຽງຊີວະພາບຂອງເຂດໄຕງວຽນ ແລະ ນັບທັງເຂດພາກກາງ ແລະ ເຂດພາກໃຕ້ຕາເວັນອອກ ອີກດ້ວຍ.

ໄປຄຽງຄູ່ກັນນັ້ນ, ສອງເຂດອະນຸລັກຮັກສາຊີວະນາໆພັນ ພູຈົ່ວ ແລະ ພູພຽງ ກອນຮ່ານຶ່ງ ຕ່າງກໍໄດ້ມີຈຸດທີ່ເປັນເອກະລັກສະເພາະພົ້ນເດັ່ນຫຼາຍຢ່າງ ກ່ຽວກັບຄຸນຄ່າວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ທີ່ພວມດຳລົງຊີວິດຢູ່ທີ່ນີ້ອີກດ້ວຍ.

ເປັນອັນວ່າ, ໃນໄລຍະແຕ່ປີ 2000 ຫາ 2020, ຫວຽດນາມ ມີທັງໝົດ 11 ແຫ່ງ ໄດ້ຮັບການຮັບຮອງວ່າເປັນເຂດອະນຸລັກຮັກສາຊີວະນາໆພັນໂລກ, ກາຍເປັນປະເທດທີ່ມີຈຳນວນເຂດອະນຸລັກຮັກສາຊີວະນາໆພັນຫຼາຍອັນດັບ 2 ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຖັດຈາກ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ