UNESCO ຮັບຮອງເອົາສວນສາທາລະນະທໍລະນີສາດຂອງ ອິນໂດເນເຊຍ ໜຶ່ງແຫ່ງ

(VOVWORLD) -  ວັນທີ 07 ກໍລະກົດ, ຄະນະກຳມະການໂຄງການ ແລະ ການພົວພັນສາກົນ, ສະພາບໍລິຫານ UNESCO ຄັ້ງທີ 209 ໄດ້ຮັບຮອງເອົາຂໍ້ຕົກລົງວ່າດ້ວຍການຮັບຮອງເອົາສວນສາທາລະນະທໍລະນີສາດ Kaldera Toba ຂອງ ອິນໂດເນເຊຍ ເປັນສວນສາທາລະນະທໍລະນີສາດທົ່ວໂລກ.
UNESCO ຮັບຮອງເອົາສວນສາທາລະນະທໍລະນີສາດຂອງ ອິນໂດເນເຊຍ ໜຶ່ງແຫ່ງ - ảnh 1 ສວນສາທາລະນະທໍລະນີສາດ Kaldera Toba (ພາບ: Trendasia)

        ສວນສາທາລະນະທໍລະນີສາດ Kaldera Toba ຂອງ ອິນໂດເນເຊຍ ແມ່ນໜຶ່ງໃນຈຳນວນ 15 ສວນສາທາລະນະ ໄດ້ຮັບການຮັບຮອງເອົາເປັນສວນສາທາລະນະທໍລະນີສາດທົ່ວໂລກຈາກອົງການ UNESCO. ດ້ວຍການຮັບຮອງເອົາດັ່ງກ່າວ, ສວນສາທາລະນະທໍລະນີສາດ Kaldera Toba ໄດ້ກາຍເປັນສວນສາທາລະນະທໍລະນີສາດທົ່ວໂລກແຫ່ງທີ 5 ຂອງ ອິນໂດເນເຊຍ.

        ເລື່ອງອົງການ UNESCO ຮັບຮອງເອົາເປັນສວນສາທາລະນະທໍລະນີສາດທົ່ວໂລກ ຈະນຳມາເຊິ່ງກາລະໂອກາດພັດທະນາເສດຖະກິດ, ການທ່ອງທ່ຽວ, ວັດທະນະທຳໃຫ້ ອິນໂດເນເຊຍ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນ, ພ້ອມກັນນັ້ນ ນີ້ກໍ່ແມ່ນຄວາມຮັບຜິດຊອບຂອງປະຊາຊົນ ອິນໂດເນເຊຍ ໃນການປົກປັກຮັກສາມໍລະດົກທົ່ວໂລກ.

       

ຕອບກັບ

ຂ່າວ/ບົດ​ອື່ນ