UNESCO ​ເຊີດ​ຊູ​ນັກ​ວິ​ທະ​ຍາ​ສາດ​ ຍິງ ຫວຽດ​ນາມ

(VOVWORLD) -ວັນທີ 22 ມິຖຸນາ, ຢູ່ສຳນັກງານອົງການ UNESCO ຢູ່ນະຄອນຫຼວງ ປາຣີ, ຝລັ່ງ, ສະພາກຳມະການ UNESCO ແລະ ກອງທຶນ L’Oréal ໄດ້ມອບລາງວັນປະຈຳປີ “ນັກວິທະຍາສາດໜຸ່ມທີ່ມີຄວາມເກັ່ງກ້າສາມາດໃນໂລກ”.
UNESCO ​ເຊີດ​ຊູ​ນັກ​ວິ​ທະ​ຍາ​ສາດ​ ຍິງ ຫວຽດ​ນາມ - ảnh 1 ທ່ານນາງປະລິນຍາເອກ ໂຮ່ທິແທັງເວິນ (ພາບ: vtc.vn)

         ທ່ານນາງປະລິນຍາເອກ ໂຮ່ທິແທັງເວິນ, ອາຈານສອນສັງກັດມະຫາວິທະຍາໄລຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນ ໂຮ່ຈີມິນ, ຂອງ ຫວຽດນາມ ແມ່ນໜຶ່ງໃນຈຳນວນນັກວິທະຍາສາດຍິງ 15 ທ່ານທີ່ໄດ້ຮັບລາງວັນໃນຄັ້ງນີ້. ກິດຈະການຄົ້ນຄວ້າດ້ວຍຫົວຂໍ້ “ທາດເລັ່ງມີໂຄງສ້າງ ນາໂນໃໝ່ ເພື່ອຜະລິດຖ່ານຢ່າງມີປະສິດທິຜົນ, ປະຢັດຄ່າໃຊ້ຈ່າຍ ແລະ ຜະລິດພະລັງງານ ຮີເດໂຣ (H2) ຂຽວ” ຂອງທ່ານນາງປະລິນຍາເອກ ໂຮ່ທິແທັງເວິນ ໄດ້ຮັບການຕີລາຄາສູງຈາກສະພາວິທະຍາສາດໂລກ UNESCO.

        ໂດຍຕາງໜ້າໃຫ້ ຫວຽດນາມ ຢູ່ພິທີຮັບລາງວັນ, ທ່ານນາງເອກອັກຄະລັດຖະທູດ ເລທິຮົ່ງເວິນ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ UNESCO ໃຫ້ຮູ້ວ່າ:

        “ອົງການ UNESCO ໄດ້ຕີລາຄາສູງຕໍ່ເລື່ອງ ນັກວິທະຍາສາດຍິງຂອງ ຫວຽດນາມ ໄດ້ຮັບການເຊີດຊູໃນຄັ້ງນີ້. ສິ່ງດັ່ງກ່າວອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນການພັດທະນາຂອງວິທະຍາສາດ, ເພື່ອຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນແກ້ໄຂຫຼາຍບັນຫາທີ່ເກີດຂຶ້ນໃນປັດຈຸບັນ, ເພື່ອໃຫ້ວິທະຍາສາດກາຍເປັນເຄື່ອງມືໜູນຊ່ວຍການພັດທະນາແບບຍືນຍົງ ແລະ ກວມລວມໃນຍຸກດີຈີຕອນ” ຢ່າງແທ້ຈິງ.  

ແມ້ງຮ່າ - ນັກຂ່າວ VOV ປະຈຳ ຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ