UNESCO ເລືອກ​ຕັ້ງ ຫວຽດນາມ ດຳ​ລົງ​ຕຳ​ແໜ່ງ​ຮອງ​ປະ​ທານ​ສະ​ມັດ​ຊາ​ໃຫຍ່ ​ສົນ​ທິ​ສັນ​ຍາ 2003 ວ່າ​ດ້ວຍ​​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ

(VOVWORLD) - ບັນດາປະເທດສະມາຊິກໄດ້ເລືອກຕັ້ງ ຫວຽດນາມ ດຳລົງຕຳແໜ່ງເປັນຮອງປະທານສະມັດຊາໃຫຍ່ ສົນທິສັນຍາ 2003 ດ້ວຍຄວາມໄວ້ເນື້ອເຊື່ອໃຈຢູ່ລະດັບສູງ, ນຳຈຳນວນອົງການຫຼັກແຫຼ່ງຂອງ UNESCO ເຊິ່ງ ຫວຽດນາມ ເຂົ້າຮ່ວມຂຶ້ນເຖິງ 6 ອົງການ.
UNESCO ເລືອກ​ຕັ້ງ ຫວຽດນາມ ດຳ​ລົງ​ຕຳ​ແໜ່ງ​ຮອງ​ປະ​ທານ​ສະ​ມັດ​ຊາ​ໃຫຍ່ ​ສົນ​ທິ​ສັນ​ຍາ 2003 ວ່າ​ດ້ວຍ​​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ - ảnh 1ຄະນະຜູ້ຕາງໜ້າ ຫວຽດນາມເຂົ້າຮ່ວມກອງປະຊຸມ (ພາບ: VOV)

ວັນທີ 11 ມິຖຸນາ, ຢູ່ສຳນັກງານອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ຢູ່ ປາຣີ (ຝລັ່ງ) ໄດ້ໄຂກອງປະຊຸມຄັ້ງທີ 10 ສະມັດຊາໃຫຍ່ ສົນທິສັນຍາ 2003 ວ່າດ້ວຍການປົກປັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸ (ສົນທິສັນຍາ 2003) ດ້ວຍການເຂົ້າຮ່ວມຂອງ 183 ປະເທດສະມາຊິກ ແລະ 100 ປະເທດສັງເກດການ.

ທີ່ພິທີໄຂ, ບັນດາປະເທດສະມາຊິກໄດ້ເລືອກຕັ້ງ ຫວຽດນາມ ດຳລົງຕຳແໜ່ງເປັນຮອງປະທານສະມັດຊາໃຫຍ່ ສົນທິສັນຍາ 2003 ດ້ວຍຄວາມໄວ້ເນື້ອເຊື່ອໃຈຢູ່ລະດັບສູງ, ນຳຈຳນວນອົງການຫຼັກແຫຼ່ງຂອງ UNESCO ເຊິ່ງ ຫວຽດນາມ ເຂົ້າຮ່ວມຂຶ້ນເຖິງ 6 ອົງການ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຮ່າກິມງອກ ໄດ້ເນັ້ນໜັກວ່າ ເຫດການນີ້ອີກຄັ້ງໜຶ່ງ ສະແດງໃຫ້ເຫັນຖານະບົດບາດ ແລະ ອິດທິພົນຊື່ສຽງໃນສາກົນ ທີ່ນັບມື້ນັບສູງຂຶ້ນຂອງ ຫວຽດນາມ, ການສະໜັບສະໜູນ, ຄວາມໄວ້ເນື້ອເຊື່ອໃຈ ຂອງປະຊາຄົມສາກົນ ຕໍ່ບົດບາດ ແລະ ຄວາມສາມາດບົ່ມຊ້ອນໃນການບໍລິຫານຂອງ ຫວຽດນາມ ຢູ່ບັນດາກົນໄກຫຼາຍຝ່າຍທົ່ວໂລກ, ພິເສດແມ່ນການຢັ້ງຢືນຕໍ່ບັນດາການປະກອບສ່ວນຂອງ ຫວຽດນາມ ໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກບໍ່ເປັນວັດຖຸ ພາຍໃນປະເທດ ແລະ ໂລກ. ຢູ່ໃນຕຳແໜ່ງບໍລິຫານ, ຫວຽດນາມ ຈະເຂົ້າຮ່ວມໂດຍກົງ ຂັ້ນຕອນສ້າງ, ຮັບຮອງເອົາບັນດາຂໍ້ຕົກລົງສຳຄັນຂອງ UNESCO ກ່ຽວກັບວັດທະນະທຳ, ປະກອບສ່ວນ ກ່ວາອີກໃຫ້ແກ່ການບູລະນະ, ປະຕິບັດບັນດາເປົ້າໝາຍສົນທິສັນຍາ 2003.

ຕອບກັບ

ຂ່າວ/ບົດ​ອື່ນ