UNESCOກ່າວປະນາມເລື່ອງISທຳລາຍມໍລະດົກວັດທະນະທຳຢູ່ອີຣັກ

UNESCOກ່າວປະນາມເລື່ອງISທຳລາຍມໍລະດົກວັດທະນະທຳຢູ່ອີຣັກ - ảnh 1
ກຳ​ລັງ IS ທຳ​ລາຍມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫລາຍ​ແຫ່ງ​ຢູ່ ອີ​ຣັກ
ພາບ:tinhnhanh.com

(vovworld)-​​ວັນ​ທີ 27/2, ອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ສ​ປ​ຊ UNESCO ໄດ້​ກ່າວ​ປະ​ນາມ​ຢ່າງ​ແຮງ​ຕໍ່​ເລື່ອງ​ລັດ​ອິດ​ສະ​ລາມ IS ໄດ້​ທຳ​ລາຍມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫລາຍ​ແຫ່ງ​ຢູ່ ອີ​ຣັກ ພ້ອມ​ທັງ​ຮຽກ​ຮ້ອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮຽກ​ໂຮມ​ການ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ. UNESCO ຊີ້​ແຈ້ງວ່າ ການ​ກະ​ທຳ​ທຳ​ລາຍ​ບັນ​ດາ​ວັດ​ຖຸ​ພັນ​ບູ​ຮານມີ​ມາ​ນັບ​ພັນ​ປີ​ຂອງ IS ແມ່ນ​ການ​ກະ​ທຳ​ບໍ່​ສາ​ມາດ​ຮັບ​ຮູ້​ໄດ້ ແລະ ພວມ​ແມ່ນ​ການ​ກະ​ທຳ​ຕ້ານ​ຄືນ​ພື້ນ​ຖາ​ນ​ວັ​ທ​ະ​ນະ​ທຳ​ກໍ​ຄ​ື​ປະ​ຫວັດ​ສາດ​ຂອງ​ອີ​ຣັກ. UNESCO ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​ກະ​ທຳ​ລະ​ເມີດ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ການ​ຮັກ​ສາ​ບັນ​ດາ​ວັດ​ຖຸ​ພັນ​ບູ​ຮານ ແລະ ມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຢູ່ ອີ​ຣັກ ແລະ ຊີ​ຣ​ີ.

ຂ່າວ/ບົດ​ອື່ນ