UNESCOພິຈາລະນາສຳເນົາເອກະສານກ່ຽວກັບເພງພື້ນເມືອງວີຢ້ຳເຫງ້ຕິງ

UNESCOພິຈາລະນາສຳເນົາເອກະສານກ່ຽວກັບເພງພື້ນເມືອງວີຢ້ຳເຫງ້ຕິງ  - ảnh 1
ລາຍ​ການ​ສະ​ແດງ​ເພງ​ພື້ນ​ເມືອງວີ​ຢ້ຳ​ເຫງ້ຕິງ
ພາບ: sankhau.com

(vovworld)-​ ​ ​ຕາມ​ແຜນ​ການ​ແລ້ວ, ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 9 ຄາດ​ວ່າ​ຈະ​ດຳ​ເນີ​ນ​ໄປ​ແຕ່​ວັນ​ທີ 24-28/11, ຢູ່​ສຳ​ນັກ​ງານ​ອົງ​ການ​ສຶກ​ສາວິ​ທະ​ຍາ​ສາດ​ແລະ ວັດ​ທະ​ນະ​ທຳ ສ​ປ​ຊ(UNESCO) ຢູ່ ປາ​ຣີ, UNESCO ຈະ​ພິ​ຈາ​ລະ​ນາ​ສຳ​ເນົາ​ເອ​ກະ​ສານ​ສະ​ເຫນີ​ຮັບ​ຮອງ ເພງ​ພື້ນ​ເມືອງວີຢ້ຳ ເຫງ້​ຕິງ ຂອງ​ຫວຽດ​ນາມ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຕາງ​ຫນ້າ​ຂອງມວນ​ມະ​ນຸດ.

        ທີ່​ການ​ປະ​ຊຸມ​ຂ່າວ​ຈັດ​ຂຶ້​ນ​ເມື່ອ​ວັນ​ທີ 18/11, ທ່ານ​ນາງ Cecile Duvelle, ເລ​ຂາ​ຮັບ​ຜິດ​ຊອບ​ການ​ພິ​ຈາ​ລະ​ຈາ​ສຳ​ເນົາ​ເອ​ກະ​ສານ ໃຫ້​ຮູູ້​ວ່າ: ພາ​ຍ​ຫລັງ​ພິ​ຈາ​ລະ​ນາ​ສຳ​ເນົາ​ເອ​ກະ​ສານ​ທັງ​ໝົດ, ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ສົນ​ທິ​ສັນ​ຍາ UNESCO ໄດ້​ຕົກ​ລົງ​ສະ​ເຫນີ​ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້ 70% ສຳ​ເນົາ​ເອ​ກະ​ສານໃນຈຳ​ນວນ​  46 ສະ​ບັບ ທີ່ສະ​ເຫນີ​ຮັບ​ຮ​ອງ​​ແມ່ນມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຕາງ​ຫນ້າ​ຂອງມວນ​ມະ​ນຸດ. ​ເລື່ອງເພ​ງ​ພື້ນ​ເມືອງ​ວີ​ຢ້ຳ​ເຫງ້​ຕິງ ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ແມ່ນມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຕາງ​ຫນ້າ​ຂອງມວນ​ມະ​ນຸດ​ທີ່ກອງ​ປະ​ຊ​ຸມ​ຄັ້ງ​ນີ້, ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​​ຕື່ມ​ອີກ​ເພື່ອ​ເຊີດ​ຊູ​ບັນ​ດາມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ ແລະ ຈິດ​ໃຈ​ຂອງ​ຊາດ.

 ຄາດ​ວ່າ ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ ມີ​ຜູ້​ແທນ​ເກືອບ 800 ທ່ານ ມາ​ຈາກ 24 ປະ​ເທດ​ສະ​ມາ​ຊິກ​ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ບັນ​ດາ​ປະ​ເທດ​ມີ​ສຳ​ເນົາ​ເອ​ກະ​ສານ​ຍື່ນ​ສະ​ເຫນີ​ຕໍ່ UNESCO ເພື່ອ​ສະ​ເຫນ​ີຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ.

 

 

 

 

 

 

 

ຂ່າວ/ບົດ​ອື່ນ