UNFPA ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ປັບ​ປຸງ​ສຸ​ຂະ​ພາບ​ຈະ​ເລີນ​ພັນ

(VOVWORLD) -ທ່ານນາງ Naomi Kitahara, ຫົວໜ້າອົງການຕາງໜ້າກອງທຶນປະຊາກອນ ສປຊ (UNFPA) ຢູ່ ຫວຽດນາມ, ຕີລາຄາສູງຄວາມມານະພະຍາຍາມ ແລະ ໝາກຜົນໃນການປັບປຸງສຸຂະພາບຈະເລີນພັນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນຫຼາຍປີຜ່ານມາ.
UNFPA ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ປັບ​ປຸງ​ສຸ​ຂະ​ພາບ​ຈະ​ເລີນ​ພັນ - ảnh 1ທ່ານນາງ Naomi Kitahara, ຫົວໜ້າອົງການຕາງໜ້າກອງທຶນປະຊາກອນ ສປຊ (UNFPA) ຢູ່ ຫວຽດນາມ (ພາບ: TTXVN)

ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ຫວ່າງມໍ່ໆມານີ້, ທ່ານນາງ Naomi Kitahara ໄດ້ເນັ້ນໜັກວ່າ ອັດຕາແມ່ຍິງຖືພາເສຍຊີວິດຢູ່ ຫວຽດນາມ ໄດ້ຫຼຸດລົງຫຼາຍພໍສົມຄວນ ໃນຮອບເວລາ 3 ທົດສະວັດຜ່ານມາ ແລະ ປັດຈຸບັນ ເດັກໃນຈຳນວນ 100.000 ຄົນ ມີອັດຕາເສຍຊີວິດພຽງແຕ່ 46 ຄົນເທົ່ານັ້ນ.

     ທ່ານນາງກໍຕີລາຄາສູງຕໍ່ໝາກຜົນໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ເຊິ່ງ ຫວຽດນາມ ບັນລຸໄດ້ໃນຊີວິດການເມືອງ, ດ້ວຍອັດຕາເພດຍິງສະມາຊິກສະພາແຫ່ງຊາດຊຸດທີ XV ກວມເອົາ 30,26%. ໄປຄຽງຄູ່ກັນນັ້ນ, 65,3% ແມ່ຍິງຢູ່ໃນເກນອາຍຸອອກແຮງງານໄດ້ເຂົ້າຮ່ວມຕະຫຼາດວຽກເຮັດງານທຳ ເຊິ່ງທຽບເທົ່າກັບອັດຕາແຮງງານເພດຊາຍ ແລະ ຢູ່ໃນລະດັບສູງເມື່ອທຽບໃສ່ອັດຕາສະເລ່ຍຂອງຫຼາຍພາກພື້ນ.

     ຕາມທ່ານນາງແລ້ວ, ບົດບາດຂອງແມ່ຍິງ ຫວຽດນາມ ໃນສັງຄົມພວມມີການປ່ຽນແປງຢ່າງເຫັນໄດ້ຊັດ. ວິວັດການຫັນເປັນທັນສະໄໝ ແລະ ຜົນງານຂອງເຕັກໂນໂລຢີຂໍ້ມູນຂ່າວສານໄດ້ສ້າງໂອກາດຫຼາຍຢ່າງໃຫ້ແກ່ແມ່ຍິງ ແລະ ເດັກຍິງຢູ່ ຫວຽດນາມ. ແມ່ຍິງ ຫວຽດນາມ ນັບມື້ນັບຢັ້ງຢືນໄດ້ທີ່ຕັ້ງບົດບາດຂອງຕົນ ແລະ ບັນລຸຜົນສຳເລັດໃນທຸກຂົງເຂດ ນັບແຕ່ສັງຄົມຕະຫຼອດຮອດເສດຖະກິດ, ການເມືອງ.

     ທ່ານນາງ Naomi Kitahara ຢັ້ງຢືນວ່າ ກອງທຶນປະຊາກອນ ສປຊ ຈະສືບຕໍ່ເຄື່ອນໄຫວເພື່ອໃຫ້ ຫວຽດນາມ ກາຍເປັນປະເທດທີ່ມີກຳລັງບົ່ມຊ້ອນສຳລັບແມ່ຍິງ ແລະ ເດັກຍິງດ້ວຍສານທີ່ວ່າ “ເປັນຜູ້ຍິງເພື່ອປະກາຍແສງສະຫວ່າງ”.

ຕອບກັບ

ຂ່າວ/ບົດ​ອື່ນ