UNFPA ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ການ​ຍູ້​ແຮງ​ລະ​ບົບ​ຈົດ​ທະ​ບຽນ ແລະ ສະ​ຖິ​ຕິ​ສຳ​ມະ​ໂນ​ຄົວ

(VOVWORLD) -ຫວຽດນາມ ຈະສືບຕໍ່ໄດ້ຮັບບັນດາການໜູນຊ່ວຍທາງດ້ານເຕັກນິກຈາກ UNFPA ແລະ ອົງການ Vital Strategies - ຄູ່ຮ່ວມມືໃນ “ຂໍ້ລິເລີ່ມຖານຂໍ້ມູນສຳລັບສຸຂະພາບຂອງ ກອງທຶນ Blomberg Philanthropries” ແນໃສ່ຍູ້ແຮງລະບົບຈົດທະບຽນ ແລະ ສະຖິຕິສຳມະໂນຄົວຢູ່ສູນກາງ ແລະ ທ້ອງຖິ່ນ ແນໃສ່ຊ່ວຍປົກປ້ອງສະຫວັດດີການສັງຄົມຂອງພົນລະເມືອງ.
UNFPA ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ການ​ຍູ້​ແຮງ​ລະ​ບົບ​ຈົດ​ທະ​ບຽນ ແລະ ສະ​ຖິ​ຕິ​ສຳ​ມະ​ໂນ​ຄົວ - ảnh 1ທ່ານນາງ Naomi Kitahara ຫົວໜ້າຄະນະຜູ້ຕາງໜ້າ UNFPA ປະຈຳ ຫວຽດນາມ (ພາບ: UNFPA)

ຕາມແຫຼ່ງຂ່າວຈາກກອງທຶນປະຊາກອນ ສປຊ (UNFPA), ຫວຽດນາມ ຈະສືບຕໍ່ໄດ້ຮັບບັນດາການໜູນຊ່ວຍທາງດ້ານເຕັກນິກຈາກ UNFPA ແລະ ອົງການ Vital Strategies - ຄູ່ຮ່ວມມືໃນ “ຂໍ້ລິເລີ່ມຖານຂໍ້ມູນສຳລັບສຸຂະພາບຂອງ ກອງທຶນ Blomberg Philanthropries” ແນໃສ່ຍູ້ແຮງລະບົບຈົດທະບຽນ ແລະ ສະຖິຕິສຳມະໂນຄົວຢູ່ສູນກາງ ແລະ ທ້ອງຖິ່ນ ແນໃສ່ຊ່ວຍປົກປ້ອງສະຫວັດດີການສັງຄົມຂອງພົນລະເມືອງ.

        ນີ້ແມ່ນໝາກຜົນຂອງຂໍ້ຕົກລົງ ຜັນຂະຫຍາຍໄລຍະທີ 2 ຂອງການພົວພັນຄູ່ຮ່ວມມືໃນການປະຕິບັດ “ຂໍ້ລິເລີ່ມຖານຂໍ້ມູນສຳລັບສຸຂະພາບ” ໂດຍ UNFPA ປະຈໍາ ຫວຽດນາມ ແລະ ອົງການ Vital Strategies ໄດ້ລົງນາມໃນວັນທີ 9 ສິງຫາ, ແນໃສ່ສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມປັບປຸງວຽກງານຈົດທະບຽນ ແລະ ສະຖິຕິສຳມະໂນຄົວຂອງລັດຖະບານ ຫວຽດນາມ.

        ຫວຽດນາມ ພວມປະຕິບັດໂຄງການດຳເນີນງານແຫ່ງຊາດ ກ່ຽວກັບການຈົດທະບຽນ ແລະ ສະຖິຕິສຳມະໂນຄົວ ໄລຍະ 2017 – 2024, ຕາມນັ້ນແລ້ວ, ຍູ້ແຮງຂັ້ນຕອນປະຕິບັດ ກໍຄື ການສ້າງ ແລະ ຮັກສາຂໍ້ມູນທີ່ມີຄຸນນະພາບ ກ່ຽວກັບການຈົດທະບຽນໃບຢັ້ງຢືນການເກີດ, ໃບຢັ້ງຢືນການເສຍຊີວິດ, ລວມທັງສາຍເຫດການເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ