UNHCR ມີຄວາມວິຕົກກັງວົນຕໍ່ສະພາບການຊາຍແດນລະຫວ່າງ ເບລາຣຸດ ແລະ ໂປໂລຍ

(VOVWORLD) -ສະພາບການທີ່ຊາວອົບພະຍົບຫຼັ່ງໄຫຼໄປເຖິງເຂດຊາຍແດນ ເບລາຣຸດ ເພື່ອຊອກຫາວິທີເຂົ້າເມືອງ ໂປໂລຍ ແມ່ນເປັນໜ້າເຕືອນໄພ
UNHCR ມີຄວາມວິຕົກກັງວົນຕໍ່ສະພາບການຊາຍແດນລະຫວ່າງ ເບລາຣຸດ ແລະ ໂປໂລຍ - ảnh 1ຊາວອົບພະຍົບ
(ພາບ: Reuters )

ວັນທີ 09 ພະຈິກ, ໂຄສົກຂອງຂ້າຫຼວງໃຫຍ່ແຫ່ງສະຫະປະຊາຊາດຮັບຜິດຊອບກ່ຽວກັບຊາວອົບພະຍົບ (UNHCR) ທ່ານ Shabia Mantoo ເນັ້ນໜັກວ່າ, ສະພາບການທີ່ຊາວອົບພະຍົບຫຼັ່ງໄຫຼໄປເຖິງເຂດຊາຍແດນ ເບລາຣຸດ ເພື່ອຊອກຫາວິທີເຂົ້າເມືອງ ໂປໂລຍ ແມ່ນເປັນໜ້າເຕືອນໄພ ແລະ ອົງການນີ້ມີຄວາມວິຕົກກັງວົນກ່ຽວກັບຊາຕາກຳຂອງແມ່ຍິງ ແລະ ເດັກນ້ອຍ.

        ໃນວັນດຽວກັນ, ວັງ Kremlin ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປຢູ່ເຂດຊາຍແດນລະຫວ່າງ ເບລາຣຸດ ແລະ ໂປໂລຍ ເຊິ່ງແມ່ນເຂດຊາວອົບພະຍົບພວມມານະພະຍາມຂ້າມຊາຍແດນຜິດກົດໝາຍເຂົ້າເມືອງ ໂປໂລຍ. ໂຄສົກວັງ Kremlin ທ່ານ Dimitry Peskov ໃຫ້ຮູ້ວ່າ, ມົດສະກູ ໄດ້ມີການຕິດຕໍ່ກັບ Minsk ຢ່າງລະອຽດກ່ຽວກັບບັນຫາດັ່ງກ່າວ, ພ້ອມທັງ ຮຽກຮ້ອງໃຫ້ທຸກຝ່າຍຈົ່ງມີການກະທຳໂດຍມີຄວາມຮັບຜິດຊອບ.

        ກ່ອນໜ້ານັ້ນໜຶ່ງວັນ, ອຳນາດການປົກຄອງ ໂປໂລຍ ໃຫ້ຮູ້ວ່າ, ມີຊາວອົບພະຍົບນັບພັນຄົນໄດ້ໄປຮອດເຂດຊາຍແດນຂອງ ບລາຣຸດ ເພື່ອຊອກຫາວິທີເຂົ້າເມືອງ ໂປໂລຍ. Warsaw ຖືວ່າ ອຳນາດການປົກຄອງ Minsk ປະໃຫ້ຂະບວນຊາວອົບພະຍົບເຄື່ອນຍ້າຍໄປເຖິງເຂດຊາຍແດນຢ່າງເສລີ ແມ່ນເພື່ອໂຕ້ຕອບເລື່ອງບັນດາປະເທດ ອີຢູ ລົງໂທດປະເທດນີ້.

        ສ່ວນ ເບລາຣຸດ ຍາມໃດກໍ່ປະຕິເສດຄຳກ່າວຫາດັ່ງກ່າວ ແລະ ຢືນຢັນວ່າ ນີ້ແມ່ນບັນດາຄຳກ່າວຫາໂດຍບໍ່ມີຫຼັກຖານ, ພ້ອມທັງກໍ່ຖືວ່າ ໂປໂລຍ ພວມຕັ້ງໃຈເຮັດໃຫ້ສະພາບຄວາມເຄັ່ງຕຶງປີນຂັ້ນໄດ.

ຕອບກັບ

ຂ່າວ/ບົດ​ອື່ນ