UNHCR ສະແດງຄວາມເສຍດາຍກ່ຽວກັບຄຳຕັດສິນຂອງສານອາເມລິກາ ຈຳກັດໃບຂໍລີ້ໄພ

(VOVWORLD) - ວັນທີ 13 ກັນຍາ, ໂຄສົກຂອງຂ້າຫຼວງໃຫຍ່ສະຫະປະຊາຊາດກ່ຽວກັບຄົນລີ້ໄພ (UNHCR) ທ່ານ Andrej Mahecic ໃຫ້ຮູ້ວ່າ, ອົງການນີ້ສະແດງຄວາມເສຍດາຍສຳລັບຄຳຕັດສິນຂອງສານສູງສຸດຂອງອາເມລິກາ ກ່ຽວກັບການຈຳກັດບັນດາໃບສະເໜີຂໍລີ້ໄພຢູ່ເຂດຊາຍແດນເມັກຊີໂກ. 
UNHCR ສະແດງຄວາມເສຍດາຍກ່ຽວກັບຄຳຕັດສິນຂອງສານອາເມລິກາ ຈຳກັດໃບຂໍລີ້ໄພ - ảnh 1UNHCR ສະແດງຄວາມເສຍດາຍກ່ຽວກັບຄຳຕັດສິນຂອງສານອາເມລິກາ ຈຳກັດໃບຂໍລີ້ໄພ (ພາບປະກອບ /  AFP/TTXVN)

ຕາມໂຄສົກທ່ານດັ່ງກ່າວແລ້ວ ຄຳຕັດສິນນີ້ ອາດຈະເຮັດໃຫ້ບັນດາຜູ້ຖືກບັງຄັບຕ້ອງອອກໄປຈາກການໃຊ້ຄວາມຮຸນແຮງ ແລະ ປາບປາມ ແລະ ບັນດາຜູ້ທີ່ມີສິດໄດ້ຮັບການປົກປ້ອງມີຄວາມສ່ຽງ. ທ່ານ Andrej Mahecic ຖືວ່າ, ຍັງມີເວລາຢູ່ເພື່ອກະຕວງວ່າ ຄຳຕັດສິນຂອງສານອາເມລິກາ ແລະ ນະໂຍບາຍຂອງອຳນາດການປົກຄອງ Donald Trump ໄດ້ລະເມີດສົນທິສັນຍາກ່ຽວກັບຄົນລີ້ໄພປີ 1951 ເຊິ່ງອາເມລິກາ ໄດ້ໃຫ້ສັດຕະຍາບັນຫຼືບໍ່. ຕາມ ທ່ານ Joel Millman ໂຄສົກຂອງອົງການອົບພະຍົບ ແລະ ພັກພາອາໄສສາກົນແລ້ວ, ປະຈຸບັນມີຊາວອົບພະຍົບ ແລະ ຄົນລີ້ໄພກວ່າ 36.500 ຄົນພວມເຕົ້າໂຮມຢູ່ຊາຍແດນລະຫວ່າງອາເມລິກາ - ເມັກຊີໂກ. ເຖິງຢ່າງໃດກໍ່ຕາມ, ບໍ່ຮູ້ແຈ້ງວ່າຈະມີເທົ່າໃດຄົນໃນຈຳນວນຜູ້ທີ່ມີໃບຂໍລີ້ໄພຢູ່ອາເມລິກາ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ