UNHCR ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ເປີດ​ດ່ານ​ຊາຍ​ແດນ ໃຫ້​ແກ່​ຊາວ​ອົບ​ພະ​ຍົບ​ລີ້​ໄພ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ຕາມ UNHCR ແລ້ວ, ທຸກໆປະເທດພວມຕ້ອນຮັບ ຊາວອາບການິດສະຖານ ທີ່ຫາກໍ່ມາຮອດ ຄວນຮັກສາການເປີດດ່ານຊາຍແດນ ຕ້ອນຮັບເຂົາເຈົ້າ ຍ້ອນວ່າ ເຂົາເຈົ້າຕ້ອງໄດ້ຮັບການໜູນຊ່ວຍຈາກສາກົນ.
UNHCR ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ເປີດ​ດ່ານ​ຊາຍ​ແດນ ໃຫ້​ແກ່​ຊາວ​ອົບ​ພະ​ຍົບ​ລີ້​ໄພ ອາບ​ກາ​ນິດ​ສະ​ຖານ - ảnh 1ຊາວອົບພະຍົບລີ້ໄພ ອາບການິດສະຖານ (ພາບ: TTXVN)

ວັນທີ 1 ທັນວາ, ຂ້າຫຼວງໃຫຍ່ ສປຊ ຮັບຜິດຊອບກ່ຽວກັບຊາວອົບພະຍົບລີ້ໄພ (UNHCR) ໃຫ້ຮູ້ວ່າ ຊາວອາບການິດສະຖານທີ່ພວມຊອກຫາວິທີລົບໜີ ໄປຍັງຕ່າງປະເທດ ຈະຕ້ອງປະເຊີນໜ້າກັບຄວາມສ່ຽງຫຼາຍຢ່າງ ຍ້ອນສະພາບການຢູ່ປະເທດນີ້ ພວມນັບມື້ນັບຊົ່ວຮ້າຍລົງ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດບ້ານໃກ້ເຮືອນຄຽງຂອງ ອາບການິດສະຖານ ເປີດດ່ານຊາຍແດນ ໃຫ້ຊາວອາບການິດສະຖານທີ່ບໍ່ມີເອກະສານຕິດຕົວໃນທັນທີ.

ຕາມ UNHCR ແລ້ວ, ທຸກໆປະເທດພວມຕ້ອນຮັບ ຊາວອາບການິດສະຖານ ທີ່ຫາກໍ່ມາຮອດ ຄວນຮັກສາການເປີດດ່ານຊາຍແດນ ຕ້ອນຮັບເຂົາເຈົ້າ ຍ້ອນວ່າ ເຂົາເຈົ້າຕ້ອງໄດ້ຮັບການໜູນຊ່ວຍຈາກສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ