UNHCR ເພີ່ມຈຳນວນຄົນ ອົບພະຍົບອອກຈາກ ນະຄອນ Aleppo ຂອງ ຊີຣີ

UNHCR ເພີ່ມຈຳນວນຄົນ ອົບພະຍົບອອກຈາກ ນະຄອນ Aleppo ຂອງ ຊີຣີ - ảnh 1
ຝ່າຍລຸກຮື້ຂຶ້ນ ກະກຽມບຸກໂຈມຕີກຳລັງຂອງລັດຖະບານ
(ພາບ: bbc.co.uk)

(vovworld) - ຕາມ​ບົດ​ລາຍ​ງານ​ລ້າ​ສຸດ​ຂອງ​ຂ້າ​ຫຼວງ​ໃຫຍ່​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ຊາວ​ອົບ​ພະຍົບ (ຫຼື UNHCR) ​ແລ​້ວ, ​ໃນ​ຕະຫຼອດ 2 ອາທິດ​ຜ່ານ​ມາ, ມີ​ສາມັນ​ຊົນ​ປະມານ 200.000 ຄົນ ຈຳ​ເປັນຕ້ອງ​ອົບ​ພະຍົບ​ອອກ​ຈາກ​ສູນ​ເສດຖະກິດ Aleppo ​​ເຊິ່ງ​ແມ່ນ​ນະຄອນ​ໃຫຍ່​ທີ  2 ຂອງ ຊີຣີ. ບັນດາ​ຜູ້​ອົບ​ພະຍົບນີ້ ບໍ່​ທັນຂ້າມ​ຜ່ານ​ເຂດ​ຊາຍ​ແດນ​ສາກົນ, ​ແຕ່ຍັງ​ອົບ​ພະຍົບຢູ່​ສະຖານ​ທີ່​ຕ່າງໆ​ໃນ​ທົ່ວ​ປະ​ເທດ, ດັ່ງ​ນັ້ນ ​ເລື່ອງ​ສະໜອງ​ການ​ໜູນ​ຊ່ວຍ​ມະນຸດສະທຳ​ໃຫ້​ແກ່​ບັນດາ​ຜູ້​ອົບພະຍົບ​ແມ່ນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ. ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ຢ່າງ​ແຮງ​ຢູ່ Aleppo ​ເລີ່​ມ​​ເກີດ​ຂຶ້ນແຕ່​ທ້າຍ​ອາທິດ​ຜ່ານ​ມາ, ​ເມື່ອ​ທະຫານ​ລັດ​ຖະບານ​​ເປີດ​ການ​ບຸກ​ໂຈມ​ຕີ​ຂະໜາດ​ໃຫຍ່​ຢູ່​ໃນ​ນະ​ຄອນ​ສຳຄັນ​ນີ້, ​ເພື່ອ​ແນ​ໃສ່​ປາບ​ປາມ​ບັນດາ​ມື​ປືນຕ້ານ​ລັດຖະບານ. ສະຫະ​ປະຊາ​ຊາດ ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ຊາຕາກຳ​ຂອງ​ສາມັນ​ຊົນ​ຢູ່​ນະຄອນຫຼວງ Aleppo ​ເມື່ອ​ຕ້ອງ​ຮັບ​ຜົນ​ສະທ້ອນ​ຈາກ​ການ​ປະ​ທະ​ກັນ​ທີ່​ດຸ​ເດືອດ ​ເຊິ່ງມີ​ການ​ໜູນ​ຊ່ວຍ​ຂອງ​ກຳລັງ​ລັດ​ຖັງ, ທະຫານ​ປືນ​ໃຫຍ່ ​ແລະ ບັນດາ​ອາວຸດ​ໜັກ.

ຂ່າວ/ບົດ​ອື່ນ