UNICEF ຊຸກຍູ້ການຮັບປະກັນການຊື້ວັກຊິນປ້ອງງກັນພະຍາດພະຍາດໝາກສຸກລີງ

(VOVWORLD) - ແຈ້ງການໃຫ້ຮູ້ວ່າ, ໂດຍອີງໃສ່ກຳລັງການຜະລິດຂອງບັນດານັກຜະລິດ, ຮອດປີ 2025 ອາດຈະຜະລິດວັກຊິນໄດ້ປະມານ 12 ລ້ານໂດສ.
UNICEF ຊຸກຍູ້ການຮັບປະກັນການຊື້ວັກຊິນປ້ອງງກັນພະຍາດພະຍາດໝາກສຸກລີງ - ảnh 1ຮອດປີ 2025 ອາດຈະຜະລິດວັກຊິນປ້ອງກັນພະຍາດ ໝາກສຸກລີງໄດ້ປະມານ 12 ລ້ານໂດສ
(ພາບ: THX/TTXVN)

ວັນທີ 31 ສິງຫາ, ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ໄດ້ແຈ້ງຊອງປະມູນຮີບດ່ວນເພື່ອຮັບປະກັນເລື່ອງມີວັກຊິນປ້ອງກັນພະຍາດ ໝາກສຸກລີງ (Mpox) ໃຫ້ແກ່ບັນດາປະເທດຖືກວິກິດການ.

ແຈ້ງການໃຫ້ຮູ້ວ່າ, ໂດຍອີງໃສ່ກຳລັງການຜະລິດຂອງບັນດານັກຜະລິດ, ຮອດປີ 2025 ອາດຈະຜະລິດວັກຊິນໄດ້ປະມານ 12 ລ້ານໂດສ. UNICEF ຈະສ້າງຕັ້ງບັນດາຂໍ້ຕົກລົງສະໜອງໂດຍມີເງື່ອນໄຂສຳລັບບັນດານັກຜະລິດວັກຊິນ.  ປະຈຸບັນ, ປະເທດຈຳນວນໜຶ່ງໄດ້ໃຫ້ຄຳໝັ້ນສັນຍາສົ່ງວັກຊິນເຖິງບັນດາປະເທດ ອາຟະລິກາ ທີ່ພວມຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ສະເພາະ ແອັດສະປາຍ ໃຫ້ຄຳໝັ້ນສັນຍາສະໜອງວັກຊິນ 500.000 ໂດສ. ໄລ່ຮອດວັນທີ 27 ສິງຫາ, ມີ 22.863 ກໍລະນີຖືກສົງໃສຕິດພະຍາດ ແລະ ມີ 622 ກໍລະນີຖືກເສຍຊີວິດທີ່ກ່ຽວຂ້ອງເຖິງໄວຣັດໝາກສຸກລີງແຕກຕ່າງກັນຢູ່ທະວີບນີ້.

ຕອບກັບ

ຂ່າວ/ບົດ​ອື່ນ