UNICEF ປຸກລະດົມການເສັງທົດສອບຊາວໜຸ່ມ ຢູ່ຫວຽດນາມ

(VOVWORLD) -ການເສັງທົດສອບຊາວໜຸ່ມ ແມ່ນການເຄື່ອນໄຫວທໍາອິດໃນລາຍການ Generation Unlimited  ໄດ້ຈັດຂຶ້ນຢູ່ 16 ປະເທດ ໃນທົ່ວໂລກ ປີ 2018, ໃນນັ້ນມີຫວຽດນາມ.

ໃນຂອບເຂດສັບປະດາ ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ແລະ ດໍາເນີນທຸລະກິດແບບ Startup  ນະຄອນໂຮ່ຈີມິນ ປີ 2018, ວັນທີ 18 ຕຸລາ, ກອງທຶນ ສປຊ  ເພື່ອເດັກນ້ອຍ (UNICEF) ປະຈໍາຫວຽດນາມ ແລະ ໄຊງອນ Innovation Hub (SIHUB) ຂຶ້ນກັບພະແນກວິທະຍາສາດ ແລະ ເຕັກໂນໂລຢີ ນະຄອນໂຮ່ຈີມິນ ໄດ້ປຸກລະດົມ ການເສັງທົດສອບຊາວໜຸ່ມ. ນີ້ແມ່ນການເຄື່ອນໄຫວນອນໃນລາຍການ “ສະໄໝບໍ່ມີສິ່ງຈໍາກັດ” – Generation Unlimited - ເຊິ່ງແມ່ນຂໍ້ລິເລີ່ມທົ່ວໂລກ ຊ່ວຍຊາວໜຸ່ມເຍົາວະຊົນມີພື້ນຖານການສຶກສາ, ບໍາລຸງສ້າງ ແລະ ເຮັດວຽກມີຄຸນນະພາບ ໃນປີ 2030. ການເສັງດັ່ງກ່າວ ເພື່ອແນໃສ່ຮຽກຮ້ອງໃຫ້ບັນດາຜູ້ໜຸ່ມແໜ້ນ ຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງອ້ອມຂ້າງ ປະດິດຄິດສ້າງບັນດາມາດຕະການ ເພື່ອເພີ່ມທະວີທັກສະການເຮັດອາຊີບ ແລະ ບໍາລຸງສ້າງໃຫ້ແກ່ຊາວໜຸ່ມເຍົາວະຊົນ.

        ການເສັງທົດສອບຊາວໜຸ່ມ ແມ່ນການເຄື່ອນໄຫວທໍາອິດໃນລາຍການ Generation Unlimited  ໄດ້ຈັດຂຶ້ນຢູ່ 16 ປະເທດ ໃນທົ່ວໂລກ ປີ 2018, ໃນນັ້ນມີຫວຽດນາມ. ການເສັງໄດ້ສຸມໃສ່ປະດິດຄິດສ້າງບັນດາມາດຕະການໜູນຊ່ວຍ 03 ເສົາຄໍ້າຕົ້ນຕໍ ນັ້ນແມ່ນ ການສຶກສາຊັ້ນມັດທະຍົມ; ທັກສະການຮໍ່າຮຽນ, ເຮັດອາຊີບ ແລະ ກະທໍາສິ່ງທີ່ດີ; ເພີ່ມສິດອໍານາດ.

ຕອບກັບ

ຂ່າວ/ບົດ​ອື່ນ