UNICEF ຜັນ​ຂະ​ຫຍາຍ​ໂຄງ​ການ​ຊຸກ​ຍູ້​ການ​ບຳ​ລຸງ​ຄວາມ​ຮູ້ ແລະ ທັກ​ສະ​ເຕັກ​ນິກ​ດີ​ຈີ​ຕອນໃຫ່​ແກ່​ເດັກ ຫວຽດ​ນາມ

(VOVWORLD) -ອົງການສຶກສາ STEAM for Vietnam Foundation ໄດ້ລະດົມແຫຼ່ງຊັບພະຍາກອນມະນຸດທີ່ດີທີ່ສຸດ ເພື່ອແຕ່ງຫຼັກສູດການຮຽນທີ່ກ້າວໜ້າໃນບັນດາຂົງເຂດ ເຊິ່ງເດັກຍິງບໍ່ຍັງບໍ່ທັນໄດ້ເຂົ້າເຖິງ. ການຮ່ຳຮຽນທີ່ກ່ຽວຂ້ອງເຖິງວິທະຍາສາດ, ເຕັກໂນໂລຢີ, ເຕັກນິກ, ສິລະປະ ແລະ ຄະນິດສາດ ດ້ວຍວິທີຮຽນທີ່ທັນສະໄໝນີ້ ຈະຊຸກຍູ້ສົ່ງເສີມການພັດທະນາຫົວຄິດປະດິດສ້າງ, ຈິນຕະນາການ ແລະ ທັກສະໃນການແກ້ໄຂບັນດາບັນຫາຂອງເດັກ… 
UNICEF ຜັນ​ຂະ​ຫຍາຍ​ໂຄງ​ການ​ຊຸກ​ຍູ້​ການ​ບຳ​ລຸງ​ຄວາມ​ຮູ້ ແລະ ທັກ​ສະ​ເຕັກ​ນິກ​ດີ​ຈີ​ຕອນໃຫ່​ແກ່​ເດັກ ຫວຽດ​ນາມ - ảnh 1ການລົງນາມໃນສົນທິສັນຍາວ່າດ້ວຍການຮ່ວມມື ລະຫວ່າງ UNICEF ແລະ  ອົງການສຶກສາ STEAM for Vietnam Foundation  (ພາບ: Vietnam+)

ວັນທີ15 ມິຖຸນາ, ກອງທຶນເພື່ອເດັກ ສປຊ (UNICEF) ແລະ ອົງການສຶກສາ STEAM for Vietnam Foundation ປະກາດສາຍພົວພັນຮ່ວມມືຍາວນານ ເພື່ອໃຫ້ເດັກ ຫວຽດນາມ ມີໂອກາດໄດ້ຮ່ຳຮຽນຢ່າງສະໝ່ຳສະເໝີ ໃນບັນດາຂົງເຂດທີ່ກ່ຽວຂ້ອງເຖິງ STEAM (ວິທະຍາສາດ, ເຕັກໂນໂລຢີ, ເຕັກນິກ, ສິລະປະ ແລະ ຄະນິດສາດ) ແບບທາງໄກ ແລະ ໂດຍກົງ, ຕອບສະໜອງໄດ້ບັນດາມາດຖານທີ່ໄດ້ຮັບການຮັບຮອງໃນທົ່ວໂລກ. ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າອົງການ UNICEF ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ອົງການສຶກສາ STEAM for Vietnam Foundation ໄດ້ລະດົມແຫຼ່ງຊັບພະຍາກອນມະນຸດທີ່ດີທີ່ສຸດ ເພື່ອແຕ່ງຫຼັກສູດການຮຽນທີ່ກ້າວໜ້າໃນບັນດາຂົງເຂດ ເຊິ່ງເດັກຍິງບໍ່ຍັງບໍ່ທັນໄດ້ເຂົ້າເຖິງ. ການຮ່ຳຮຽນທີ່ກ່ຽວຂ້ອງເຖິງວິທະຍາສາດ, ເຕັກໂນໂລຢີ, ເຕັກນິກ, ສິລະປະ ແລະ ຄະນິດສາດ ດ້ວຍວິທີຮຽນທີ່ທັນສະໄໝນີ້ ຈະຊຸກຍູ້ສົ່ງເສີມການພັດທະນາຫົວຄິດປະດິດສ້າງ, ຈິນຕະນາການ ແລະ ທັກສະໃນການແກ້ໄຂບັນດາບັນຫາຂອງເດັກ… 

        ດ້ວຍການຮ່ວມມືຂອງ UNICE, ໃນລະດູຮ້ອນປີນີ້, STEAM for Vietnam Foundation ຈະຈັດຊຸດຮຽນຟຼີສອງຊຸດໃຫ້ແກ່ນັກຮຽນ ຢູ່ໃນເກນອາຍຸແຕ່ 6 ຫາ 18 ປີ. 

ຕອບກັບ

ຂ່າວ/ບົດ​ອື່ນ