UNICEF ຮຽກ​ຮ້ອງ​ໃຫ້​ປົກ​ປ້ອງ​ເດັກ​ນ້ອຍ​ໃນ​ການ​ປະ​ທະ​ກັນ​ຢູ່ ຊີ​ຣີ

(VOVWORLD) -ວັນທີ 15 ມີນາ, ກອງທຶນເພື່ອເດັກນ້ອຍສະຫະປະຊາຊາດ (UNICEF) ໄດ້ປະກາດບົດລາຍງານທີ່ກ່ຽວຂ້ອງເຖິງເດັກນ້ອຍຢູ່ປະເທດຂາດສະຖຽນລະພາບນີ້, ຕາມນັ້ນແລ້ວ, ນັບແຕ່ວັນທີ 15 ມີນາ ປີ 2011, ເມື່ອການປະທະກັນເກີດຂຶ້ນ, ມີເດັກນ້ອຍເສຍຊີວິດ ຫຼື ຖືກຮັບບາດເຈັບປະມານ 9000 ຄົນ ຍ້ອນການໃຊ້ຄວາມຮຸນແຮງຢູ່ ຊີຣີ.

UNICEF ຮຽກ​ຮ້ອງ​ໃຫ້​ປົກ​ປ້ອງ​ເດັກ​ນ້ອຍ​ໃນ​ການ​ປະ​ທະ​ກັນ​ຢູ່ ຊີ​ຣີ - ảnh 1ເດັກນ້ອຍຢູ່ຄ້າຍລີ້ໄພແຫ່ງໜຶ່ງຢູ່Kafr Lusin, ແຂວງIdlib, ຊີຣີ ໃນວັນທີ 21 ກຸມພາ 2020

(ພາບ: AFP/TTXVN) 

ທ່ານ Henrietta Fore ຜູ້ອຳນວຍການຝ່າຍບໍລິຫານ UNICEF ເນັ້ນໜັກເຖິງຜົນຮ້າຍຢ້ອນຫຼັງຂອງສົງຄາມທີ່ມີຕໍ່ເດັກນ້ອຍຢູ່ຊີຣີ, ອັນໄດ້ເຮັດໃຫ້ເດັກນ້ອຍຫຼາຍລ້ານຄົນ ຕ້ອງຜ່ານໄວເດັກທີ່ເຕັມໄປດ້ວຍຄວາມຮຸນແຮງ, ລົ້ມຫາຍຕາຍຈາກ ແລະ ລີ້ໄພ. ການປະທະກັນກໍ່ເຮັດໃຫ້ເດັກນ້ອຍຢູ່ປະເທດຊີຣີ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງ 2.8 ລ້ານຄົນບໍ່ໄດ້ໄປໂຮງຮຽນ.

        ຜ່ານການປະກາດນີ້, UNICEF ຢາກສົ່ງສານຮຽກຮ້ອງຢຸດຕິການບຸກໂຈມຕີໃສ່ບັນດາເປົ້າໝາຍຄື ໂຮງຮຽນ ແລະ ໂຮງໝໍ, ແລະ ປົກປ້ອງເດັກນ້ອຍ ເຊິ່ງເປັນກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງກ່ວາໝູ່

ຕອບກັບ

ຂ່າວ/ບົດ​ອື່ນ