UNICEF ເລ່ັງສ້າງກອງ​ທຶນ​ກູ້ຊ່ວຍ​ເດັກ​ນ້ອຍ​ຢູ່ບັນ​ດາ​ປະ​ເທດ​ຕ​າ​ເວັນ​ອອກ​ກາງ, ​ອາ​ຟ​ຼິກ​ກາເໜືອ

(VOVWORLD) - ກອງທຶນເພື່ອເດັກ ຂອງສປຊ (UNICEF) ຮຽກຮ້ອງໃຫ້ ສ້າງຕັ້ງກອງທຶນທີ່ມີມູນຄ່າ 92 ລ້ານ USD ເພື່ອໜູນຊ່ວຍເດັກນ້ອຍຢູ່ບັນດາປະເທດ ຕາເວັນອອກກາງ ແລະ ອາຟຼິກກາເໜືອ, ຫຼຸດຜ່ອນບັນດາຜົນກະທົບທາງລົບຂອງໂລກລະບາດ Covid – 19. 
UNICEF ເລ່ັງສ້າງກອງ​ທຶນ​ກູ້ຊ່ວຍ​ເດັກ​ນ້ອຍ​ຢູ່ບັນ​ດາ​ປະ​ເທດ​ຕ​າ​ເວັນ​ອອກ​ກາງ, ​ອາ​ຟ​ຼິກ​ກາເໜືອ - ảnh 1ພາບປະກອບ: TTXVN 

ໃນຖະແຫຼງການໃນວັນທີ 20 ເມສາ, ທ່ານ Ted Chaiban ຜູ້ອຳນວຍການ UNICEF ເຂດຕາເວັນອອກກາງ ແລະ ອາຟຼິກກາເໜືອເນັ້ນໜັກວ່າ ເດັກນ້ອຍຢູ່ເຂດນີ້ພວມແມ່ນບັນດາເປົ້າໝາຍທີ່ຄວນໄດ້ຮັບການໜູນຊ່ວຍຫຼາຍທີ່ສຸດໃນໂລກຍ້ອນວ່າພວມຕ້ອງປະເຊີນໜ້າກັບບັນດາການປະທັນກັນ ແລະ ສົງຄາມ. ປັດຈຸບັນມີເດັກນ້ອຍເກືອບ 25 ລ້ານຄົນຢູ່ທີ່ນີ້ ພວມປະສົບກັບຄວາມຫຍຸ້ງຍາກ, ໃນນັ້ນ ມີເດັກນ້ອຍຫຼາຍຄົນພວມຕ້ອງດຳລົງຊີວິດຢູ່ເຂດຄ້າຍລີ້ໄພ, ຫຼົບລີ້ຈາກບັນດາເຫດປະທະກັນ ຂອງກຳລັງປະກອບອາວຸດ. ຕາມ UNICEF ແລ້ວ, ຫຼາຍປີທີ່ຜ່ານມາ, ປະຊາຊົນປະຈຳຖິ່ນດຳລົງຊີວິດທ່າມກາງການປະທະກັນທີ່ແກ່ຍາວເປັນເວລາຍາວນາມ, ເຂົາເຈົ້າປະສົບກັບຄວາມທຸກຍາກລຳບາກ, ບໍ່ໄດ້ສຳຜັດກັບບັນດາບໍລິການພື້ນຖານ. ໂລກລະບາດ Covid – 19 ເກີດຂຶ້ນເຮັດໃຫ້ເຂົາເຈົ້າຕົກເຂົ້າສູ່ສະພາບອຶດຫົວທຸກຍາກກວ່າອີກ, ພິເສດແມ່ນເດັກນ້ອຍ ຊຶ່ງເປັນກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງກ່ວາໝູ່.

ຕອບກັບ

ຂ່າວ/ບົດ​ອື່ນ