UNICEF ແລະ WHO ສືບ​ຕໍ່​ກຽມ​ພ້ອມ​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ວຽກ​ງານ​ສັກ​ຢາ​ກັນ​ພະ​ຍາດ​ໃຫ້​ເດັກ​ນ້ອຍ

(VOVWORLD) -ເນື່ອງໃນໂອກາດສັບປະດາສັກຢາກັນພະຍາດໂລກແຕ່ວັນທີ 24-30 ເມສາປີ 2020, ອົງການອະນາໄມໂລກ (WHO) ແລະ ກອງທຶນສປຊ ເພື່ອເດັກນ້ອຍ (UNICEF)  ປະຈຳຫວຽດນາມ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຮັບປະກັນການສັກຢາກັນພະຍາດໃຫ້ແກ່ເດັກນ້ອຍໃນຈຸດເວລາທີ່ເກີດໂລກລະບາດໂຄຕິດ-19.
UNICEF ແລະ WHO ສືບ​ຕໍ່​ກຽມ​ພ້ອມ​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ວຽກ​ງານ​ສັກ​ຢາ​ກັນ​ພະ​ຍາດ​ໃຫ້​ເດັກ​ນ້ອຍ - ảnh 1 (ພາບ:TTXVN)

   ຕາມຖະແຫຼງການ, WHO ແລະ UNICEF ໄດ້ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ການແພດນັບແຕ່ຂັ້ນສູນກາງ ຕະຫຼອດຮອດທ້ອງຖິ່ນ, ຄອບຄົວ ແລະ ວົງຄະນະຍາດ ຕ້ອງຍູ້ແຮງຄວາມມານະພະຍາຍາມຮັບປະກັນການສັກຢາກັນພະຍາດທີ່ຈຳເປັນໃຫ້ແກ່ເດັກນ້ອຍ ໃນໄລຍະເກີດໂລກລະບາດ. ບໍ່ຖໍ້ຖອຍໃນການຕ້ານບັນດາພະຍາດທີ່ສາມາດສະກັດກັ້ນໄດ້ດ້ວຍວັກຊິນ.

   ໃນສະພາບການທີ່ຫວຽດນາມ ມານະພະຍາຍາມປົວແປງການບໍລິການສັກຢາກັນພະຍາດໃນທົ່ວປະເທດນັ້ນ, ກະຊວງສາທາລະນະສຸກຫວຽດນາມ ໄດ້ ແລະ ພວມສ້າງພື້ນຖານດ້ວຍພະຍານຫຼັກຖານດ້ານວິທະຍາສາດ ເພື່ອແນໃສ່ສ້າງຄວາມໄວ້ເນື້ອເຊື່ອໃຈ, ກະຕຸກຊຸກຍູ້ຄວາມຕ້ອງການສັກຢາກັນພະຍາດໃນວົງຄະນະຍາດ. WHO ແລະ UNICEF ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ສະໜອງຂໍ້ມູນຂ່າວສານທີ່ແທ້ຈິງກ່ຽວກັບວັກຊິນໃຫ້ແກ່ບັນດາເຈົ້າໜ້າທີ່ການແພດ, ປະຊາຊົນເວົ້າລວມ ແລະ ພໍ່ແມ່ເດັກ ເວົ້າສະເພາະ ເພື່ອຊ່ວຍໃຫ້ທຸກຄົນສາມາດຍົກອອກຄຳຕັດສິນໃຈທີ່ດີ.

ຕອບກັບ

ຂ່າວ/ບົດ​ອື່ນ