UOB ຫລຸດລະດັບການຄາດຄະເນການເຕີບໂຕຂອງ ຫວຽດນາມ ໃນປີ 2023 ລົງເຫຼືອພຽງ 6,0%

(VOVWORLD) - ແຕ່ເຖິງຢ່າງໃດກໍ່ຕາມ, ໄພເງິນເຟີ້ ພວມມີສັນຍານຫລຸດລົງ, ເມື່ອດັດຊະນີລາຄາໃຊ້ສອຍຂອງ ຫວຽດນາມ ໃນໄຕມາດ I ປີ 2023 ເພີ່ມຂຶ້ນໃນລະດັບ 4,18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ
UOB ຫລຸດລະດັບການຄາດຄະເນການເຕີບໂຕຂອງ ຫວຽດນາມ ໃນປີ 2023 ລົງເຫຼືອພຽງ 6,0% - ảnh 1(ພາບປະກອບຈາກ Vietnam+)

ທະນາຄານ UOB (ສິງກະໂປ) ຫາກໍ່ຫລຸດລະດັບການຄາດຄະເນການເຕີບໂຕ GDP ຂອງ ຫວຽດນາມ ລົງເຫຼືອພຽງ 6% (ເມື່ອທຽບໃສ່ລະດັບ 6,6%) ກ່ອນນັ້ນ. ຕາມທະນາຄານ UOB ສິງກະໂປແລ້ວ, ການເຕີບໂຕ GDP ຕົວຈິງຂອງ ຫວຽດນາມ ໃນໄຕມາດ I ປີ 2023 ໄດ້ຫລຸດລົງລະດັບ 3,32% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ແຕ່ເຖິງຢ່າງໃດກໍ່ຕາມ, ໄພເງິນເຟີ້ ພວມມີສັນຍານຫລຸດລົງ, ເມື່ອດັດຊະນີລາຄາໃຊ້ສອຍຂອງ ຫວຽດນາມ ໃນໄຕມາດ I ປີ 2023 ເພີ່ມຂຶ້ນໃນລະດັບ 4,18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ຕ່ຳກ່ວາລະດັບໃນແງ່ຫວັງຂອງລັດຖະບານແມ່ນ 4,5%. ດ້ວຍເລື່ອງທະນາຄານສູນກາງ ອາເມລິກາ (FED) ກຽມພ້ອມທີ່ຈະສິ້ນສຸດການເພີ່ມດອກເບ້ຍພາຍຫຼັງເດືອນ ພຶດສະພາ 2023, UOB ຄາດຄະເນວ່າ ທະນາຄານແຫ່ງລັດ ຫວຽດນາມ ຈະຫລຸດອັດຕາດອກເບ້ຍສະໜອງທຶນຄືນໃໝ່ໃນໄຕມາດ II ປີນີ້. ຄາດວ່າ, ການເຕີບໂຕ GDP ປີ 2023 ຂອງ ຫວຽດນາມ ຈະຢູ່ໃນລະດັບປະມານ 6% ເມື່ອທຽບໃສ່ລະດັບ 6,6% ກ່ອນນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ