USABC ເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງລັດຖະບານ ແລະ ປະຊາຄົມວິສາຫະກິດ ຫວຽດນາມ - ອາເມລິກາ

(VOVWORLD) - ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ໃນນັ້ນການຮ່ວມມືເສດຖະກິດ ແມ່ນຂົງເຂດເສົາຄ້ຳ. ທ່ານລັດຖະມົນຕີ ໂຕເລີມ ສະເໜີໃຫ້ສະພາທຸລະກິດ ອາເມລິກາ - ອາຊຽນ ແລະ ປະຊາຄົມວິສາຫະກິດ ອາເມລິກາ ສືບຕໍ່ເປັນຂົວເຊື່ອມຕໍ່ສຳຄັນລະຫວ່າງລັດຖະບານ...
USABC ເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງລັດຖະບານ ແລະ ປະຊາຄົມວິສາຫະກິດ ຫວຽດນາມ - ອາເມລິກາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຖ່າຍຮູບທີ່ລະນຶກກັບບັນດາສະມາຊິກຂອງ USABC
(ພາບ: VGP/Nhật Bắc)

ຕອນບ່າຍວັນທີ 22 ມີນາ, ຢູ່່ຮ່າໂນ້ຍ, ກ່າວຄຳເຫັນທີ່ການເຮັດວຽກກັບຄະນະນັກວິສາຫະກິດຂັ້ນສູງ ສະພາທຸລະກິດ ອາເມລິກາ - ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (USABC) ໂດຍທ່ານ Ted Osius, ປະທານທັງເປັນຜູ້ອຳນວຍການໃຫຍ່, ເປັນຫົວໜ້າຄະນະ ພວມມີການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ, ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ໃນນັ້ນການຮ່ວມມືເສດຖະກິດ ແມ່ນຂົງເຂດເສົາຄ້ຳ. ທ່ານລັດຖະມົນຕີ ໂຕເລີມ ສະເໜີໃຫ້ສະພາທຸລະກິດ ອາເມລິກາ - ອາຊຽນ ແລະ ປະຊາຄົມວິສາຫະກິດ ອາເມລິກາ ສືບຕໍ່ເປັນຂົວເຊື່ອມຕໍ່ສຳຄັນລະຫວ່າງລັດຖະບານ, ປະຊາຄົມວິສາຫະກິດສອງປະເທດ ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ; ເພີ່ມທະວີການລົງທຶນຂອງ ອາເມລິກາ ເຂົ້າຕະຫຼາດ ຫວຽດນາມ, ພິເສດແມ່ນໃນວິວັດການຫັນປ່ຽນລະບົບການສະໜອງໃນຂົງເຂດຕ່າງໆຄື: ພະລັງງານ, ພື້ນຖານໂຄງລ່າງ, ການເງິນທະນາຄານ; ພ້ອມທັງຕັ້ງໜ້າຫັນບັນດາຄຳໝັ້ນສັນຍາ, ຂໍ້ລິເລີ່ມລະຫວ່າງ ອາຊຽນ ແລະ ອາເມລິກາ ໃນຂົງເຂດເສດຖະກິດ - ການຄ້າ, ຄວາມໝັ້ນຄົງໃນການເດີນເຮືອ, ການບິນໃຫ້ປະກົດຜົນເປັນຈິງ.

          ສ່ວນທ່ານ Ted Osius ຢັ້ງຢືນວ່າ: ໄລຍະຈະມາເຖິງ, ສະພາທຸລະກິດ ອາເມລິກາ - ອາຊຽນ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງລັດຖະບານ ແລະ ປະຊາຄົມວິສາຫະກິດສອງປະເທດ, ສະເໜີບັນດາຂໍ້ລິເລີ່ມແທດຈິງ, ມີປະສິດທິຜົນ ເພື່ອຊຸກຍູ້ການພົວພັນເສດຖະກິດ ການຄ້າ, ການລົງທຶນ ຫວຽດນາມ - ອາເມລິກາ ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ