USAID ຈະ​ເດີນ​ທາງ​ກັບ ຫວຽດ​ນາມ ເພີ່ມ​ທະ​ວີ​ແຫຼ່ງ​ພະ​ລັງ​ງານ​ທົດ​ແທນ

(VOVWORLD) -ວັນທີ 21 ກໍລະກົດ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນໂຮ່ຈີມິນ ໄດ້ສົມທົບກັບໂຄງການໜູນຊ່ວຍເຕັກນິກພະລັງງານແບບກະຈາຍໃນຕົວເມືອງ ຫວຽດນາມ, ອົງການພັດທະນາສາກົນ ອາເມລິກາ (USAID) ຈັດຕັ້ງກອງປະຊຸມສຳມະນາ “ວິທີການການນຳໃຊ້ພະລັງງານຢ່າງປະຢັດ ແລະ ມີປະສິດທິຜົນ”.
USAID ຈະ​ເດີນ​ທາງ​ກັບ ຫວຽດ​ນາມ ເພີ່ມ​ທະ​ວີ​ແຫຼ່ງ​ພະ​ລັງ​ງານ​ທົດ​ແທນ - ảnh 1ກອງປະຊຸມສຳມະນາ “ວິທີການການນຳໃຊ້ພະລັງງານຢ່າງປະຢັດ ແລະ ມີປະສິດທິຜົນ” (ພາບ: TTXVN)

ທີ່ກອງປະຊຸມສຳມະນາ, ທ່ານນາງ ຫງວຽນທິກິມງອກ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ຂະແໜງອຸດສາຫະກຳ ແລະ ການຄ້າ ນະຄອນ ພວມມຸ່ງໄປເຖິງເປົ້າໝາຍສ້າງຄວາມລຶ້ງເຄີຍໃນການນຳໃຊ້ພະລັງງານຢ່າງປະຢັດ ແລະ ມີປະສິດທິຜົນໃນທຸກການເຄື່ອນໄຫວຂອງສັງຄົມ, ຫຼຸດຜ່ອນຄວາມເຂັ້ມຂອງພະລັງງານໃນບັນດາຂະແໜງອາຊີບ, ຂົງເຂດເສດຖະກິດ… ພິເສດ, ຂະແໜງອຸດສາຫະກຳ ແລະ ການຄ້າຈະຊຸກຍູ້ກັນວິທີການປະຢັດພະລັງງານໃຫ້ເປັນຫຼາຍຮູບແບບ ເພື່ອກາຍເປັນການເຄື່ອນໄຫວປະຈຳຕໍ່ຮາກຖານທີ່ນຳໃຊ້ພະລັງງານຈຸດສຸມ ແລະ ຂະແໜງເສດຖະກິດຈຸດສຸມທີ່ຊົມໃຊ້ພະລັງງານເປັນຈຳນວນຫຼາຍ, ມຸ່ງໄປເຖິງເປົ້າໝາຍການເຕີບໂຕຂຽວ ແລະ ພັດທະນາແບບຍືນຍົງ.

ຕາມທ່ານ James Gilman, ຫົວໜ້າຫ້ອງການປົວແປງ ແລະ ພັດທະນາການເຊື່ອມຕົວ, ອົງການພັດທະນາສາກົນ ອາເມລິກາ (USAID) ແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດພວມມີພື້ນຖານເສດຖະກິດພັດທະນາຢ່າງແຮງ, ດັ່ງນັ້ນ ໄດ້ ແລະ ພວມມີຄວາມຕ້ອງການເພີ່ມພະລັງງານສູງ. USAID ໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງກັບ ຫວຽດນາມ ໃນການເພີ່ມທະວີແຫຼ່ງພະລັງງານສະອາດ, ພະລັງງານທົດແທນ, ພ້ອມກັນນັ້ນ USAID ກໍ່ຈະຊຸກຍູ້ ແລະ ໜູນຊ່ວຍບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດຫວຽດນາມ ຊ່ວຍສ້າງຂະແໜງພະລັງງານແບບຍືນຍົງ, ຮັບປະກັນການເຕີບໂຕຂຽວ, ປົກປັກຮັກສາສິ່ງແວດລ້ອມ…

ຕອບກັບ

ຂ່າວ/ບົດ​ອື່ນ