Uzbekistanເລືອກຕັ້ງສະພາແຫ່ງຊາດ

Uzbekistanເລືອກຕັ້ງສະພາແຫ່ງຊາດ - ảnh 1
ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ຢູ່ Tashkent
(ພາບ:AFP/TTXVN)

(vovworld) - ​​ ​​ຕາມ​ຜູ້​ນຳ​​ຄະ​ນະ​ກຳ​ມະ​ການເລືອກ​ຕັ້ງ​ສູນ​ກາງ​ຂອງ Uzbekitan, ທ່ານ Mirza – Ulugbek Abdusalamov ແລ້ວ, ຮອດ​ຕອນ​ທ່ຽງ​ວັນ​ທີ 21/12, ໄດ້​ມີຜູ້​ມີ​ສິດ​ເລືອກ​ຕັ້ງ 51% ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຢູ່​ປະ​ເທດ ອາ​ຊີ​ກາງນີ້. ການ​ເລືອກ​ຕັ້ງ​ຖືກ​ດຳ​ເນີນ​ໄປ​ໃນ​ເງື່ອນ​ໄຂ​ການ​ເລືອກ​ຕັ້ງ​ເສ​ລີ ແລະ ຍຸ​ຕິ​ທຳ, ຕອບ​ສະ​ໜອງ​ບັນ​ດາ​ມາດ​ຖານ​ປະ​ຊາ​ທິ​ປະ​ໄຕ​ສູງ​ສຸດ​ຂອງ​ສາ​ກົນ. ທັງ 4 ພັກ​ການ​ເມືອງ​ໄດ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ລ້ວນ​ແຕ່​ສະ​ໜັບ​ສະ​ໜູນ​ບັນ​ດາ​ນະ​ໂຍ​ບາຍ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Islam Karimov. ຜູ້​​ມີ​ສິດ​ເລືອກ​ຕັ້ງກ່​ວາ 20 ລ້ານ​ຄົນ​ຈົດ​ທະ​ບຽນ​ໄປ​ປ່ອນ​ບັດ​ສະ​ພາ​ຕຳ​ເຊິ່​ງ​ລວມ​ມີ 150 ທີ່​ນັ່ງ​ພາ​ຍຫຼັງ​ບັນ​ດາ​ຜູ້​ຮັບ​ຜິ​ດ​ຊອບ​ສົ່ງ​ຂໍ້​ຄວາມ​​ທາງ​ໂທ​ລະ​ສັບກະ​ຕຸກ​ຊຸກ​ຍູ້​ປະ​ຊາ​ຊົນ​ໄປ​ປ່ອນ​ບັດ. 4 ພັ​ກການ​ເມືອງ​ລວມ​ມີ: ພັກ​ປະ​ຊາ​ທິ​ປະ​ໄຕເສ​ລີ, ພັກ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ, ພັກ​ປະ​ຊາ​ທິ​ປະ​ໄຕ Milly Tiklanish ແລະ ພັກ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ Adolat ຈະ​​ແຂ່ງ​ຂັນ​ເຂົ້າ 135 ທີ່​ນັ່ງ​ໃນ​ສະ​ພາ​ແຫ່ງ​ຊາດ. ສ່​ວນ 15 ທີ່​ນັ່ງ​ຍັງ​ເຫຼືອ​ຈະ​ຂຶ້ນ​ກັບ​ຂະ​ບວນ​ການ​ຊີ​ວະ​​ວິ​ທະ​ຍາ.


ຂ່າວ/ບົດ​ອື່ນ