VASEP ວາງເປົ້າໝາຍສົ່ງອອກສິນໃນນ້ຳບັນລຸ 9 ຕື້ໂດລາສະຫະລັດ ໃນປີ 2023

(VOVWORLD) -   ແຕ່ຕົ້ນປີມາຮອດປະຈຸບັນ, ແຫຼ່ງລາຍຮັບຈາກຂະແໜງສິນຄ້າຕົ້ນຕໍຄື: ກຸ້ງ, ປາຈາ ແລະ ສິນໃນນ້ຳລ້ວນແຕ່ຫລຸດລົງຢ່າງແຮງ, ກ່ວາ 30%

ຂະແໜງສິນໃນນ້ຳ ຫວຽດນາມ ໄດ້ວາງເປົ້າໝາຍບັນລຸລາຍຮັບຈາກການສົ່ງອອກປະມານ 9 ຕື້ໂດລາສະຫະລັດ ໃນປີ 2023. ນີ້ແມ່ນຂໍ້ມູນຂ່າວໄດ້ຍົກອອກມາທີ່ກອງປະຊຸມຄົບຄະນະ, ສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP) ຈັດຂຶ້ນໃນຕອນເຊົ້າວັນທີ 12 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ.

        ແຕ່ຕົ້ນປີມາຮອດປະຈຸບັນ, ແຫຼ່ງລາຍຮັບຈາກຂະແໜງສິນຄ້າຕົ້ນຕໍຄື: ກຸ້ງ, ປາຈາ ແລະ ສິນໃນນ້ຳລ້ວນແຕ່ຫລຸດລົງຢ່າງແຮງ, ກ່ວາ 30%. ດ້ວຍບັນດາຄວາມຫຍຸ້ງຍາກເຊິ່ງຂະແໜງສິນໃນນ້ຳຕ້ອງປະເຊີນໜ້າ, ການສົ່ງອອກສິນໃນນ້ຳ ຫວຽດນາມ ຍາກທີ່ຈະຮັກສາວົງເງິນການສົ່ງອອກຄືປີ 2022 ໄດ້. ຄາດຄະເນວ່າ, ການສົ່ງອອກສິນໃນນຳ້ໃນປີນີ້ຈະຮັກສາຕົວເລກ 9 ຕື້ໂດລາສະຫະລັດ, ໃນນັ້ນການສົ່ງອອກກຸ້ງບັນລຸ 3,5 ຕື້ໂດລາສະຫະລັດ, ການສົ່ງອອກປາຈາ ບັນລຸ 1,9 ຕື້ໂດລາສະຫະລັດ ແລະ ການສົ່ງອອກສິນທະເລບັນລຸ 3,6 ຕື້ໂດລາສະຫະລັດ. ທ່ານ ເຈືອງດິ່ງແຮວ່, ເລຂານຸການໃຫຍ່ VASEP, ໃຫ້ຮູ້ວ່າ:

        “ຖ້າຫາກໃນ ເດືອນມິຖຸນາ ຍັງບັນລຸໄດ້ການເຕີບໂຕຢູ່ຕະຫຼາດ ອາເມລິກາ ຄືເດືອນ ພຶດສະພາ ນັ້ນ, ກໍ່ມີຄວາມຫວັງສະພາບການຕະຫຼາດຈະດີຂຶ້ນ. ພວກເຮົາຈະມີໂອກາດກຳ ໄດ້ລະດູການລ້ຽງປູກຢ່າງທັນການໃນເດືອນ ສິງຫາ ແລະ ກັນຍາ. ຫວັງວ່າ, ປີນີ້ພວກເຮົາຈະບັນລຸໝາກຜົນທີ່ເປັນໜ້າສົ່ງເສີມ”.

ຕອບກັບ

ຂ່າວ/ບົດ​ອື່ນ