VASEPຮຽກຮ້ອງໃຫ້DOCມີຄວາມຍຸຕິທຳເມື່ອຈັດວາງພາສີສຳລັບປາຈາຫວຽດນາມ

VASEPຮຽກຮ້ອງໃຫ້DOCມີຄວາມຍຸຕິທຳເມື່ອຈັດວາງພາສີສຳລັບປາຈາຫວຽດນາມ - ảnh 1
ພາບປະກອບ

(vovworld) – ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​​ໃນ​ນ້ຳ ຫວຽດນາມ (ຫຼື VASEP) ຫາ​ກໍ່​ຮຽກຮ້ອງ​ໃຫ້​ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ (DOC) ຈົ່ງ​ພິຈາລະ​ນາ​ລະອຽດ​ວິວັດ​ການສືບສວນ ​ແລະ ຈັດ​ວາງ​ອັດຕາ​ພາສີຕ້ານ​ການ​ຂາຍ​ບຸບ​ລາຄາ​ໃນ​ການ​ພິຈາລະນາ​ດ້ານ​ບໍລິຫານ​ບົນ​ຈິດ​ໃຈ​ເຄົາລົບ, ປະຊາທິປະ​ໄຕ​ເພື່ອ​ສິດຜົນປະ​ໂຫຍ​ດຂອງ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ ອາ​ເມ​ລິ​ກາ. ກໍ່​ຄືຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ລ້ານ​ຄົນທີ່​ຂຶ້ນ​ກັບ​ຂະ​ແໜງ​ຜະລິດ, ປຸງ​ແຕ່ງ​ປາຈາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ແລະ ສາຍພົວພັນ​ທາງ​ດ້ານ​ການ​ຄ້າ​ລະຫວ່າງ 2 ປະ​ເທດ. ຕາມ VASEP ​ແລ້ວ, ສະພາບ​ຕົວ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເລື່ອງ​ສົ່ງ​ອອກ​ປາຈາ ຫວຽດນາມ ​ເຂົ້າ ອາ​ເມ​ລິ​ກາ ບໍ່​ໄດ້​ນາບ​ຂູ່​ເຖິງ​ຂະ​ແໜງ​ອຸດສາຫະກຳ​ປາ​ໜັງ ອາ​ເມ​ລິ​ກາ ຫາກ​ກົງ​ກັນ​ຂ້າມ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຂະ​ແໜງ​ດຳ​ເນີນ​ທຸລະ​ກິດ​ບັນດາ​ຜະລິ​ດຕະພັນ​ປາຈາ ຫວຽດນາມ, ພ້ອມ​ທັງ​ນຳ​ມາ​ເຊິ່ງຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບດີ​ດ້ວຍ​ລາຄາ​ເໝາະ​ສົມ ​ແລະ ຮັບປະກັນ​ແຫຼ່ງສະໜອງ​​ເປັນ​ປົກກະຕິ​ໃຫ້​ແກ່​ຜູ້​ບໍລິ​ໂພ​ກ ອຸປະ​ໂພ​ກ ອາ​ເມ​ລິ​ກາ.

    ກ່ອນ​ໜ້າ​ນັ້ນ, ວັນ​ທີ 31/3/2014, DOC​ ​ໄດ້​ປະກາດ​ໝາກຜົນ​ສຸດ​ທ້າຍ​ຂອງ​ການ​ພິຈາລະນາ​ດ້ານ​ບໍລິຫານ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ (CBPG) ຄັ້ງ​ທີ 9 ​ໄລຍະ​ແຕ່ 1/8/2011 – 31/7/2012 (POR 9) ສຳລັບ​ປາຈາ​ແຊ​ເຢັນ​ທີ່​ຖືກ​ນຳ​ເຂົ້າ​ຈາກ ຫວຽດນາມ. DOC ຍັງ​ຮັກສາ​ທັດສະນະ ​ເລືອກ​ເຟັ້ນ ອິນ​ໂດ​ເນ​ເຊຍ ​ເປັນ​ພື້ນຖານ​ເພື່ອ​ຄິດ​ໄລ່​ມຸນ​ຄ່າ​​ ​ເຖິງ​ວ່າ​ເສດຖະກິດ​ຂອງ​ປະ​ເທດ​ນີ້​ບໍ່​ຄື​ກັນ​ກັບ​ຢູ່ ຫວຽດນາມ ຍ້ອນ​ລາຄາ​ແນວ​ພັນ​ສັດລ້ຽງ, ຫົວອາຫານ.​​..​ ລ້ວນ​ແຕ່​ສູງ​ກ່ວາ​ເມື່ອ​ທຽບ​ໃສ່​ຫວຽດນາມ.

 


ຂ່າວ/ບົດ​ອື່ນ