Vatican ມີສັນຕະປາປາ ອົງໃຫມ່

(vovworld) -  ຕອນ​ບ່າຍ​ວັນ​ທີ 14/3 ຕາມ​ເວລາ ຫວຽດນາມ, ຢູ່​ສຳ​ນັກ​ Vatican, ພະ​ຄາ​ດີ​ນັນ Jorge Mario Bergoglio ອາຍຸ 76 ປີ ຊາວ ອັກ​ຊັງ​ຕີນ ​​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສັນ​ຕະປາປາ​​ອົງທີ 266 ສືບ​ທອດ​ຕຳ​ແຫນ່​ງສັນ​ຕະປາ​ປາ Benedict 16 ຊື່ງ​ລາ​ອອກ​ຈາກ​ຕຳ​ແຫນ່​ງຍ້ອນ​ສຸຂະພາບ​ອ່ອນ​ເພຍ. ພະ​ອົງ Jorge Mario Bergoglio ເອົາ​ຊື່ວ່າສັນຕະປາປາ Francis ​ແລະ ​ໄດ້​ກາຍ​ເປັນພະ​ອົງຫົວ​ຫນ້າສຳນັກ Vatican ອົງທຳ​ອິດ​ທີ່ບໍ່​ແມ່ນ​ຊາວ ​ເອີ​ລົບ ​ໃນ​ປະຫວັດສາດ 1.300 ປີ​ຂອງ​ສາສະຫນາໂຄຕາລີກ.

 Vatican  ມີສັນຕະປາປາ ອົງໃຫມ່ - ảnh 1
ສັນ​ຕະປາປາ Jorge Mario Bergoglio
ພາບ:dantri.com.vn

ບັນດາ​ການ​ນຳ ​ແລະ ສາສະ​ນິກະ​ຊົນ​ຊາວ​ຄິຼດ ຢູ່ ​ໃນ​ໂລກ ​ໄດ້​ຊົມ​ເຊີຍ​ເລື່ອງ​ພະ​ອົງ Jorge Mario Bergoglio ຊາວ​ອາ​ເມ​ລິ​ກາ​ລາຕີ​ນ ອົງທຳ​ອິດ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສັນ​ຕະປາ​ປາ ພ້ອມ​ທັງ​ຮຽກຮ້ອງ​ພະ​ອົງ Jorge Mario Bergoglio ຊ່ວຍ​ພັດທະນາ​ພື້ນຖານ​ສັນຕິພາບ​ໃນ​ໂລກ. ຄຳ​ຖະ​ແຫລ​ງການ​ຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ຍ້ອງຍໍ​ສັນ​ຕະປາປາ Jorge Mario Bergoglio ​ແມ່ນ​ນັກຮົບ​ຂອງ​ຜູ້​ທຸກ​ຍາກ. ​ໃນ​ວັນ​ດຽວ​ກັນ, ທ່ານ Bankimoon​ເລຂາທິການ​ໃຫຍ່ ສປຊ ​ແລະ ສະມາຄົມ​ຊາວ​ຄິຼດ ນະຄອນ​ໂຣມ ມີ​ບັນດາ​ຈຸດໝາຍ​ລວມ​ໃນ​ການ​ພັດທະນາ​ສັນຕິພາບ, ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ ​ແລະ ສິດທິ​ມະນຸດ ກໍ​ຄື​ລົບ​ລ້າງ​​ໄພ​ອຶດຫິວ​ທຸກ​ຍາກ. ທ່ານ​ປະທານ​ສະຫະພາບ​ເອີ​ລົບ Van Rompuy ​ແລະ ປະທານ​ຄະນະ​ກຳມະການ ​ເອີ​ລົບ Manuel Barroso ຮຽກຮ້ອງ​ໃຫ້​ສັນ​ຕະປາ​ປາ ຊ່ວຍ​ປະຊາຊົນ​ໂລກ ​ແລະ ສາດສະຫນາ​ອື່ນໆ​ຫຍັບ​ມໍ່​​ໃກ້​ກັນ​ກວ່າ.

ຂ່າວ/ບົດ​ອື່ນ