VCCA 2024: ຫັນເປັນອັດຕະໂນມັດ ແລະ ຫັນເປັນດີຈີຕອນເພື່ອຊຸກຍູ້ການພັດທະນາເສດຖະກິດສີຂຽວ

(VOVWORLD) - ກອງປະຊຸມວິທະຍາສາດ, ງານວາງສະແດງສາກົນ ແລະ ເວທີປາໄສວິສາຫະກິດເພື່ອແນໃສ່ເຊື່ອມຕໍ່ ແລະ ຂຸດຄົ້ນການຮ່ວມສຳພັນລະຫວ່າງນັກຄຸ້ມຄອງ, ນັກວິທະຍາສາດ ແລະ ວິສາຫະກິດຢ່າງມີປະສິດທິຜົນ.
VCCA 2024: ຫັນເປັນອັດຕະໂນມັດ ແລະ ຫັນເປັນດີຈີຕອນເພື່ອຊຸກຍູ້ການພັດທະນາເສດຖະກິດສີຂຽວ - ảnh 1ບັນດາຜູ້ແທນເຂົ້າຮ່ວມເຫດການ
(ພາບ:Ngoc Anh)

ກອງປະຊຸມວິທະຍາສາດ ແລະ ງານວາງສະແດງສາກົນກ່ຽວກັບການບັນຊາ ແລະ ຫັນເປັນອັດຕະໂນມັດ (VCCA) ຄັ້ງທີ 7 ດ້ວຍຫົວຂໍ້ວ່າ “ຫັນເປັນອັດຕະໂນມັດ ແລະ ຫັນເປັນດີຈີຕອນເພື່ອຊຸກຍູ້ການພັດທະນາເສດຖະກິດສີຂຽວ” ຈະຈັດຂຶ້ນແຕ່ວັນທີ 9 – 11 ພຶດສະພາ, ຢູ່ນະຄອນ ຫາຍຟ່ອງ.

        VCCA ຄັ້ງທີ 7 ມີ 3 ການເຄື່ອນໄຫວຕົ້ນຕໍ: ກອງປະຊຸມວິທະຍາສາດ, ງານວາງສະແດງສາກົນ ແລະ ເວທີປາໄສວິສາຫະກິດເພື່ອແນໃສ່ເຊື່ອມຕໍ່ ແລະ ຂຸດຄົ້ນການຮ່ວມສຳພັນລະຫວ່າງນັກຄຸ້ມຄອງ, ນັກວິທະຍາສາດ ແລະ ວິສາຫະກິດຢ່າງມີປະສິດທິຜົນ. ກອງປະຊຸມວິທະຍາສາດ ກອງປະຊຸມ VCCA ມີ 144 ບົດລາຍງານຈາກຫຼາຍປະເທດ, ຄື: ສ ເກົາຫຼີ, ຍີ່ປຸ່ນ ແລະ ອົດສະຕາລີ ແລະ ຫວຽດນາມ. ງານວາງສະແດງອຸດສາຫະກຳຫັນເປັນອັດຕະໂນມັດດ້ວຍການເຂົ້າຮ່ວມຂອງ 50 ຮ້ານວາງສະແດງ…

ຕອບກັບ

ຂ່າວ/ບົດ​ອື່ນ