VCCIໃຫ້ຄຳໝັ້ນສັນຍາໜູນຊ່ວຍສ້າງສະພາບແວດລ້ອມດຳເນີນທຸລະກິດສະດວກໃຫ້ແກ່ວິສາຫະກິດ

VCCIໃຫ້ຄຳໝັ້ນສັນຍາໜູນຊ່ວຍສ້າງສະພາບແວດລ້ອມດຳເນີນທຸລະກິດສະດວກໃຫ້ແກ່ວິສາຫະກິດ - ảnh 1
ພິທີລົງນາມລະຫວ່າງ 2 ຝ່າຍ
(ພາບ:Thanh Vũ-TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 24/8, ຢູ່​ນະຄອນ​ໂຮ່ຈີ​ມິນ​ໄດ້​ຈັດ​ຕັ້ງ​ພິທີ​ເຊັນ​ຄຳ​ໝັ້ນ​ສັນຍາ​ລະ​ຫວ່າງ​ຫ້ອງການ​ການ​ຄ້າ ​ແລະ ອຸດສາ​ຫະກຳ ຫວຽດນາມ (VCCI) ​ແລະ 32 ​ແຂວງ, ນະຄອນ​ພາກ​​ໃຕ້, ພາກ​ກາງ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ້ວ ​ເນັ້ນ​ໜັກ​ວ່າ: ບັນດາ​ທ້ອງ​ຖິ່ນ​ຕ້ອງ​ສືບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມສະດວກ​ທີ່​ສຸດ​ໃຫ້​ແກ່​ປະຊາ​ຄົມ​ວິ​ສາ​ຫະກິດ​ພັດທະນາ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ດ້ວຍ​ນ້ຳ​ໃຈ​ອຳນາດ​ການ​ປົ​ກຄອງ​ຮັບ​ໃຊ້​ປະຊາ​ຄົມ​ວິ​ສາ​ຫະກິດ. ບັນດາ​ສະຫະ​ສະມາຄົມ​ຍົກ​ສູງ​ບົດບາດ​ຕັ້ງໜ້າ​ໜູນ​ຊ່ວຍ​ວິ​ສາ​ຫະກິດ ​ແລະ ມີ​ການ​ຕີ​ລາຄາ​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ສະ​ເໜີບັນດາ​ແຂວງ, ນະຄອນ​ຕ້ອງ​ສ້າງ​ກອງ​ທຶນ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ເພື່ອ​​ໃຫ້​ວິ​ສາ​ຫະກິດ​ສຳ​ພັດ​ແຫຼ່ງທຶນຢ່າງ​ສະ​ດວກ.

       


ຕອບກັບ

ຂ່າວ/ບົດ​ອື່ນ