VCCorp ແລະ Lotus ສະໜັບສະໜູນຈຳນວນເງິນເກືອບ 3 ຕື້ດົງ ໃຫ້ຖັນແຖວແພດໝໍແນວໜ້າຕ້ານໂລກລະບາດໂຄວິດ-19

(VOVWORLD) -ໃນໄລຍະຜ່ານມາ, ບໍລິສັດຫຸ້ນສ່ວນ VCCorp ຈຳກັດ ແລະ ສື່ສັງຄົມອອນລາຍ Lotus ໄດ້ສະໜັບສະໜູນຈຳນວນເງິນ 2 ຕື້ດົ່ງ ເພື່ອປົກປ້ອງບັນດາໝໍຢູ່ແນວໜ້າໃນການຕ້ານໂລກລະບາດໂຄວິດ-19.

VCCorp ແລະ Lotus ສະໜັບສະໜູນຈຳນວນເງິນເກືອບ 3 ຕື້ດົງ ໃຫ້ຖັນແຖວແພດໝໍແນວໜ້າຕ້ານໂລກລະບາດໂຄວິດ-19 - ảnh 1ບໍລິສັດຫຸ້ນສ່ວນ VCCorp ຈຳກັດ ແລະ ສື່ສັງຄົມອອນລາຍ Lotus ໄດ້ສະໜັບສະໜູນຈຳນວນເງິນ 2 ຕື້ດົ່ງ

(ພາບປະກອບ: thethaovanhoa.vn)

ຄູ່ຮ່ວມມືຂອງ VCCorp, ບໍລິສັດ Sky Garden ແລະ ຄູ່ຮ່ວມມືອື່ນໆກໍ່ໄດ້ສະໜັບສະໜູນຈຳນວນເງິນ 80 ລ້ານດົ່ງໃຫ້ແກ່ວຽກງານຕ້ານໂລກລະບາດນີ້. ຈຳນວນເງິນດັ່ງກ່າວໄດ້ມອບໃຫ້ໂຮງໝໍເຂດຮ້ອນສູນກາງສາຂາ 2 ດົງແອັງ, ຮ່າໂນ້ຍ, ສູນຄວບຄຸມ ແລະ ສະກັດກັ້ນໂລກລະບາດແຂວງຮ່າຕິ້ງ ແລະ ຮາກຖານສາທາລະນະສຸກແຂວງ ເງະອານ.

ໃນເຫດການທີ່ກ່ຽວຂ້ອງ, ສະຫະພັນບານເຕະອາຊີ (AFC)  ໄດ້ຄັດເລືອກເອົານັກກິລາບານເຕະ ຫງວຽນກວາງຫາຍ ຂອງຫວຽດນາມ ໃຫ້ເປັນຜູ້ສ້າງແຫຼ່ງບັນດານໃຈໃນການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ທີ່ພວມແຜ່ລະບາດສູ່ວົງກວ້າງໃນໂລກໃນບັ້ນຕໍ່ສູ້ເຊິ່ງມີຊື່ວ່າ “Break The Chain”. ບັ້ນຕໍ່ສູ້ນີ້ໄດ້ດຶງດູດຜູ້ເຂົ້າຮ່ວມນັບລ້ານຄົນໃນໂລກ, ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ ແລະ ບັນດາມາດຕະການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ທີ່ພວມແຜ່ລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ