Venezia ກາຍ​ເປັນ “ເຂດ​ແດງ” ເນື່ອງ​ໃນ​ໂອ​ກາດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີການ​ເງິນ G20

(VOVWORLD) -  ມີນັກສືບສອດແນມ, ຕຳຫຼວດ, ສາລະວັດທະຫານ ແລະ ກຳລັງປ້ອງກັນຄວາມສະຫງົບທ້ອງຖິ່ນ ພ້ອມກັບການປະກອບອຸປະກອນທີ່ທັນສະໄໝ…ໄດ້ຮັບການເພີ່ມທະວີເພື່ອຮັບປະກັນຄວາມໝັ້ນຄົງ ເນື່ອງໃນເຫດການກອງປະຊຸມລັດຖະມົນຕີການເງິນ G20.
Venezia ກາຍ​ເປັນ “ເຂດ​ແດງ” ເນື່ອງ​ໃນ​ໂອ​ກາດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີການ​ເງິນ G20 - ảnh 1ພາບປະກອບ: quangngaitv.vn

ທົ່ວນະຄອນ Venezia ໄດ້ກາຍເປັນ “ເຂດແດງ”, ບັນດາມາດຕະການຈຳກັດໄດ້ຮັບການຜັນຂະຫຍາຍແຕ່ວັນທີ 20 ມິຖຸນາແລ້ວ, ກຳລັງປ້ອງກັນຄວາມສະຫງົບ ໄດ້ເພີ່ມຂຶ້ນສູງສຸດ ເນື່ອງໃນໂອກາດ ກອງປະຊຸມລັດຖະມົນຕີການເງິນ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ທີ່ໄດ້ດຳເນີນໃນລະຫວ່າງວັນທີ 8 – 11 ກໍລະກົດ ຢູ່ Arsenale, Venezia.

        ມີນັກສືບສອດແນມ, ຕຳຫຼວດ, ສາລະວັດທະຫານ ແລະ ກຳລັງປ້ອງກັນຄວາມສະຫງົບທ້ອງຖິ່ນ ພ້ອມກັບການປະກອບອຸປະກອນທີ່ທັນສະໄໝ…ໄດ້ຮັບການເພີ່ມທະວີເພື່ອຮັບປະກັນຄວາມໝັ້ນຄົງ ເນື່ອງໃນເຫດການກອງປະຊຸມລັດຖະມົນຕີການເງິນ G20.

        ໜັງສືພິມລາຍວັນ CorieredellaSera ໃຫ້ຮູ້ວ່າ ເລື່ອງເພີ່ມທະວີ ການປ້ອງກັນຄວາມໝັ້ນຄົງຫຼາຍທີ່ສຸດ ໃນໂອກາດກອງປະຊຸມ G20 ແມ່ນເພື່ອແນໃສ່ສະກັດກັ້ນຄວາມສ່ຽງເກີດການແຫ່ຂະບວນປະທ້ວງ, ຕ້ານທຳລາຍຂອງບັນດາກຳລັງທີ່ເປັນປໍລະປັກ, ບໍ່ພຽງແຕ່ພາຍໃນທ້ອງຖິ່ນເທົ່ານັ້ນ ຫາກຍັງໄດ້ຮັບການລະດົມ ຈາກບັນດານະຄອນຕ່າງໆໃນທົ່ວປະເທດ ອີຕາລີ ອີກດ້ວຍ.

        ມີ ກ່ວາ60 ຄະນະປະຕິບັດງານ, ລວມມີ ບັນດາລັດຖະມົນຕີເສດຖະກິດ, ຜູ້ວ່າການທະນາຄານສູນກາງບັນດາປະເທດສະມາຊິກ ເຂົ້າຮ່ວມກອງປະຊຸມ G 20 ຢູ່ Arsenale, Venezia.

ຕອບກັບ

ຂ່າວ/ບົດ​ອື່ນ