Venezuela ຍຸບເລີກແຜນການເອືອບສົບ ທ່ານ Hugo Chavez

Venezuela ຍຸບເລີກແຜນການເອືອບສົບ ທ່ານ Hugo Chavez - ảnh 1
(ພາບອີນເຕີແນດ)
(vovworld) -  ວັນທີ 16/03, ທ່ານ​ລັດຖະມົນຕີ​ກະຊວງຖະ​ແຫຼ​ງຂ່າວ Venezuela ​ໃຫ້​ຮູ້​ວ່າ, ລັດຖະບານ​ປະ​ເທດ​ນີ້​ໄດ້​ຍຸບເລີກ​ບັນດາ​ແຜນການ​ເອືອບ​ສົບ​ຂອງ​ທ່ານ​ອະ​ດີດ​ປະທານາທິບໍດີ Hugo Chavez ​ແລະ ການ​ນຳ​ຝ່າຍ​ຊ້າຍ​ນີ້ຈະ​​ໄດ້​ປົງ​ສົບ. ທ່ານລັດຖະມົນຕີ​ກະຊວງຖະ​ແຫຼ​ງຂ່າວ E.Villegas ຊີ້​ແຈ້ງວ່າ Venezuela ​ໄດ້​ຍຸບ​ເລີກ​ວິທີ​ການ​ເອືອບ​ສົບ​ຜູ້​ບັນຊາ​ການ Hugo Chavez ​ເພາະວ່າ​ຕາມບົດ​ລາຍ​ງານ​ຂອງ​ກຸ່ມ​ຜູ້​ຊ່ຽວຊານ​ດ້ານ​ສາທາລະນະ​ສຸກ​ລັດ​ເຊຍ ​ແລ້ວ, ຢາກ​ເອືອບ​ສົບ​ຂອງ​ການ​ນຳ​ຜູ້​ນີ້​ແມ່ນ​ຕ້ອງ​ນຳ​ສົບ​ຂອງ​ທ່ານ Hugo Chavez ​ໄປ​ລັດ​ເຊຍ ​ແລະ ຕ້ອງ​ຮັກສາ​ໄວ້​ຢູ່​ທີ່​ນີ້ຢ່າງໜ້ອຍສຸດ​ແມ່ນ 7 ​ເດືອນ. ທ່ານ​ປະທານາທິບໍດີ Venezuela, Hugo Chavez ​ເຖິງ​ແກ່​ມໍລະນະ​ກຳ​ໃນ​ວັນ​ທີ 05/03 ອາຍຸຍື່ນ 58 ປີ, ຍ້ອນພະຍາດ​ມະ​ເຮັງ.
ຂ່າວ/ບົດ​ອື່ນ