Venezuelaຝາກ ຈົດໝາຍທາງການຄັດຄ້ານອາເມລິກາ

Venezuelaຝາກ ຈົດໝາຍທາງການຄັດຄ້ານອາເມລິກາ - ảnh 1
ທ່ານ​ນາງ Delcy Rodriguez
(ພາບ: AFP)

(vovworld) - ວັນ​ທ​ີ 27/3, Venezuala ຝາກ​ຈົດ​ໝາຍ​ທາງ​​ການ​ຄັດ​ຄ້ານ​ເລື່ອງ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ຖະ​ແຫຼງວ່າ​ປະ​ເທດ ອາ​ເມ​ລິ​ກາ​​ໃຕ້ ນີ້​ແມ່ນ​ໄພ​ນາບ​ຂູ່​ເຖິງ​ຄວາມ​ສະ​ຫງົ​ບ​ແຫ່ງ​ຊາດ, ພ້ອມ​ທັງ​ປ​ະ​ກາດ​ຄຳ​ສັ່ງ​ດ່ວນ​ເພື່ອ “ຮັບ​ມື​ກັບ​ໄພ​ນາບ​ຂູ່​ດັ່ງ​ກ່າວ”. ທ່ານນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ Venezuala Delcy Rodriguez ຝາກ​ຈົດ​ໝາຍ​ທາງ​ການ​ຄັດ​ຄ້ານ​ເຖິງ​ຜູ້​ຕາງ​ໜ​້າ​ສະ​ຖານ​ທູດ ອາ​ເມ​ລິ​ກາ ປະ​ຈຳ​ນະ​ຄອ​ນຫຼວງ Caracas. ທ່ານ​ນາງ Delcy Rodriguez ຢັ້ງ​ຢືນ​ວ່າ: ລັດ​ຖະ​ບານ Venezuala ພວມ​ແກ້​ໄຂ​ດ້ວຍ​ບັນ​ດາ​ມາດ​ຕະ​ການ​​ທາງການ​ທູດ​ເພື່ອ​ໃຫ້​ທຳ​ນ​ຽບ​ຂາ​ວ​ຍົກ​ເລີກ​ຄຳ​ສັ່ງ​ດັ່ງ​ກ່າ​ວ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ຜູ້​ນຳ​ຂະ​ແໜງ​ການ​ທູດ Venezuala ກໍ່​ເນັ້ນ​ໜັກ​ເລື່ອງຫຼາຍ​ປະ​ເທດ ແລະ ອົງ​ການ​ຕ່າງໆ​ໄດ້​ອອກ​ສ​ຽງ​ຮຽກ​ຮ້ອງ​ໃຫ້ ອາ​ເມ​ລິ​ກາ ຍົກ​ເລີກ​ຄຳ​ສັ່ງ​ດັ່ງ​ກ່າວ. ທ່ານ​ນາງ Delcy Rodriguez ກໍ່​ບໍ່​ເວັ້ນ​ເສຍ​ກໍ​ລະ​ນີ Venezuala ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ດ້ານ​ນິ​ຕິ​ກຳ ແລະ ກົດ​ໝາຍ​ສາ​ກົນ​ເພື່ອ​ຮ້ອງ​ຟ້ອງ ອາ​ເມ​ລິ​ກາ ​ສຳ​ລັບ​ເລື່ອງນີ້.


ຂ່າວ/ບົດ​ອື່ນ