Vesak 2014 ຖືກຈັດ ເຂົ້າບັນຊີລາຍຊື່ 10 ງານບຸນໄດ້ຮັບການສະເໜີຂອງພຸດທະສາສະໜາໂລກຄັ້ງທີ 1

Vesak 2014 ຖືກຈັດ ເຂົ້າບັນຊີລາຍຊື່ 10 ງານບຸນໄດ້ຮັບການສະເໜີຂອງພຸດທະສາສະໜາໂລກຄັ້ງທີ 1 - ảnh 1
(ພາບປະກອບ)

​(vovworld) –   ຕອນ​ເຊົ້າ​ວັນ​ທີ 24/04, ນະ​ຄອນ​ໂຈ່​ຈິ​ມິນ, ອົງການ​ສະຖິຕິຫວຽດນາມ ​ໄດ້ປະກາດບັນຊີ​ລາຍ​ຊື່ 10 ງານ​ບຸນ​ໄດ້​ຮັບ​ການ​​ສະ​ເໜີ​ເປັນສະຖິຕິ​ຂອງພຸດທະ​ສາສະໜາ​ໂລກ​ຄັ້ງ​ທີ 1 ປີ 2015. ​ເຫດການ “ວັນ​ບຸນ​ວິສາຂະບູຊາສະຫະ​ປະຊາ​ຊາດ Vesak ປີ 2014” ​ເຊິ່ງຖືກ​ຈັດ​ຂຶ້ນ​ຢູ່​ຫວຽດນາມ ​ຖືກ​ຈັດອັນ​ດັບ​ທີ 6 ​ໃນ​ບັນຊີ​ລາຍ​ຊື່ບັນດາ​ງານ​ບຸນ​ໄດ້​ຮັບ​ການສະ​ເໜີ​ເປັນ​ສະຖິຕິ​ຂອງ​ພຸດທະ​ສາສະໜາ​ໂລກ​ປີ 2014. ວັນ​ທີ 10/05 ຈະ​ມາ​ເຖິງ, ອົງການ​ສະຖິຕິ​ຫວຽດນາມ ​ຈະສົ່ງ​ຂໍ້ສະ​ເໜີ​ດັ່ງກ່າວ​ເຖິງ​ສະພາ​ຄວາມ​ໝັ້ນຄົງ​​ ສະຫະພັນສະຖິຕິ​ໂລກ ​ແລະ ປະກາດ​ຢັ້ງຢືນ​ສະຖິຕິ​ໃຫ້​ບັນ​ດາ​ງານ​ບຸນ​ໄດ້​ຮັບ​ການສະ​ເໜີ​ໃນ​​ໂອກາດວັນ​ບຸນ​ວິສາຂະບູຊາ ປີ 2016 ​ຢ່າງເປັນ​ທາງ​ການ.
ຂ່າວ/ບົດ​ອື່ນ