Vesak2014:ກາລະໂອກາດຊຸກຍູ້ຄວາມສາມັກຄີລະຫວ່າງສາສະຫນາພຸດຫວຽດນາມກັບສາສະຫນາພຸດບັນດາປະເທດ

Vesak2014:ກາລະໂອກາດຊຸກຍູ້ຄວາມສາມັກຄີລະຫວ່າງສາສະຫນາພຸດຫວຽດນາມກັບສາສະຫນາພຸດບັນດາປະເທດ - ảnh 1
Vesak ສປຊ 2014
ພາບ:anninhthudo.vn


(vovworld)- ວັນທີ 30/4, ທ່ານ​ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຢັ້ງຢືນ​ຄື​ດັ່ງກ່າວ​ໃນ​ຈົດໝາຍ​ອວຍພອນ​ ​ຍົດ​ຖາ​ບັນດາສັກ​ພ້ອມ​ພະສົງ​ສຳມະ​ເນນ, ພຸດທະສາສະ​ນີກະ​ຊົນຫວຽດນາມ​ທັງ​ໝົດ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເນື່ອງ​ໃນ​ໂອກາດ​ວັນ​ບຸນ​ວິສາຂະບູຊາ​ປີ 2014 (Vesak2014). ຈົດໝາຍ​ຊີ້​ແຈ້ງວ່າ: Vesak2014 ​ໂດຍ ສະມາ​ຄົມ​ພຸດ​ທະ​ສາສະຫນາ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ຂຶ້ນ ​ແຕ່​ວັນ​ທີ 7-11/5 ​ແມ່ນ​ໂອກາດ​ເພື່ອ​​ເຊີດ​ຊູ​ບັນດາ​ຄຸນຄ່າ​ຄຳ​ສັ່ງສອນ​ຂອງ​ພະພຸດທະ​ເຈົ້າ. ຄະນະ​ກຳມະການ​ສູນ​ກາງ​ແນວ​​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ປາດ​ຖະຫນາ​ຢາກ ສະມາຄົມ​ພຸດທະ​ສາສະຫນາ​ຫວຽດນາມ ສືບ​ຕໍ່ ​ເສີມ​ຂະຫຍາຍ​ມູນ​ເຊື້ອ“ປ້ອງ​ກັນ​ປະ​ເທດ​ຊາດ, ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ສະຫງົບ​ສຸກ” ​ໃນ​ 2000 ພັນ​ປີຜ່ານມາ, ນຳ​ສາ​ສະຫນາ​ພຸດ​ຫວຽດນາມ ກ້າວ​ຂຶ້ນ​ກາຍ​ເປັນ​ສູນ​ກາງຂອງ​ສາສະຫນາ​ພຸດ​ໂລກ, ຜ່ານ​ນັ້ນ ຊຸກຍູ້​ຄວາມ​ສາມັກຄີ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສາສະຫນາ​ພຸດ​ຫວຽດນາມ ​ແລະ ສາສະຫນາ​ພຸດ​ບັນດາ​ປະ​ເທດ.

 

 

ຂ່າວ/ບົດ​ອື່ນ