Vietjet Air ເປີດສາຍການບິນຕູຍຮ່ວາ-ຮ່າໂນ້ຍແລະກົງກັນຂ້າມ

Vietjet Air ເປີດສາຍການບິນຕູຍຮ່ວາ-ຮ່າໂນ້ຍແລະກົງກັນຂ້າມ - ảnh 1
ບໍລິສັດ​ຫຸ້ນ​ສ່ວນການບິນ Vietjet (Vietjet Air) ​ໄດ້​ເປີດ​​ສາຍ​ການບິນ​ໃໝ່ ຕູຍ​ຮ່ວາ - ຮ່າ​ໂນ້ຍ ​ແລະ ກົງກັນຂ້າມ
(ພາບ: enternews.vn)

(vovworld) – ວັນ​ທີ 10/6, ຢູ່ສະໜາມ​ບິນ ຕູຍ​ຮ່ວາ, ບໍລິສັດ​ຫຸ້ນ​ສ່ວນການບິນ Vietjet (Vietjet Air) ​ໄດ້​ເປີດ​​ສາຍ​ການບິນ​ໃໝ່ ຕູຍ​ຮ່ວາ - ຮ່າ​ໂນ້ຍ ​ແລະ ກົງກັນຂ້າມ. ນັບ​ແຕ່​ວັນ​ທີ 10/6, Vietjet Air ​ໄດ້​ເລີ່​ມຂຸດ​ຄົ້ນ​ສາຍ​ການບິນ ຕູຍ​ຮ່ວາ - ຮ່າ​ໂນ້ຍ - ຕູຍ​ຮ່ວາ ດ້ວຍ​ເຮືອບິນ A320, ດ້ວຍ 7 ຖ້ຽວ​ບິນໄປ​ກັບ/ອາທິດ, ​ເວລາ​ບິນ​ແມ່ນ​ປະມານ 1ຊົ່ວ​ໂມງ40​ນາທີ. ທ່ານ ​ເລ​ວັນ​ຈຸກ, ຮອງ​ປະທານ​ຜູ້​ປະຈຳການ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຟູ໋ອຽນ ​ໃຫ້​ຮູ້​ວ່າ: ​ເລື່ອ​ງ​ເປີດ​ສາຍ​ການບິນ​ໃໝ່ ຕູຍ​ຮ່ວາ - ຮ່າ​ໂນ້ຍ ​ແລະ ກົງກັນຂ້າມ​ ​ແມ່ນ​ສັນຍາ​ນຕັ້ງໜ້າ​ສຳລັບ​ບໍລິການ​ການບິນ​ລາຄາ​ຖືກ, ສ້າງ​ກາລະ​ໂອກາດ​ເພື່ອ​ໃຫ້ ຟູ໋ອຽນ ດຶງ​ດູດ, ພັດທະນາ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ​​ເສດຖະກິດ, ວັດທະນະທຳ​ການ​ຄ້າ ​ແລະ ການ​ບໍລິການ, ຊຸກ​ຍູ້ ​ແລະ ຜັນ​ຂະຫຍາຍ​ທ່າ​ແຮງ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຂວງ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້ວາງ​ຂວາງ.



ຂ່າວ/ບົດ​ອື່ນ