Vietjet ປະກາດ 5 ສາຍການບິນໂດຍກົງໄປຍັງ ອິນເດຍ

(VOVWORLD) - ຕອນຄ່ຳວັນທີ 12 ກຸມພາ, ຢູ່ New Delhi, ປະເທດ ອິນເດຍ, ບໍລິສັດການບິນ Vietjet ໄດ້ປະກາດເປີດ 5 ສາຍການບິນໂດຍກົງທີ່ເຊື່ອມຕໍ່ບັນດານະຄອນຂອງ ຫວຽດນາມ ແມ່ນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ນະຄອນ ດ່າໜັງ ໄປຍັງນະຄອນຫລວງ New Delhi ແລະ ນະຄອນ Mumbai ຂອງ ອິນເດຍ.
Vietjet ປະກາດ 5 ສາຍການບິນໂດຍກົງໄປຍັງ ອິນເດຍ - ảnh 1 ພິທີປະກາດເປີດ 5 ສາຍການບິນໂດຍກົງ  (ພາບ: ຫວຽດນາມ +)

        ເຂົ້າຮ່ວມພິທີມີທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ຟ້າມແຊັງເຈົາ, ທ່ານລັດຖະມົນຕີຮັບຜິດຊອບການບິນ ອິນເດຍ Hardeep Singh Puri. ນີ້ແມ່ນຄວາມມານະພະຍາຍາມຂອງ Vietjet ຢູ່ໜຶ່ງໃນບັນດາຕະຫລາດການບິນທີ່ມີຄວາມສາມາດບົ່ມຊ້ອນແຖວໜ້າໂລກ ດ້ວຍຂອບຂະໜາດພົນລະເມືອງຂຶ້ນເຖິງ 1,3 ຕື້ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ