Vietjet ລົງນາມຊື້ເຮືອບິນ Boeing 100 ລຳ ແລະ ເຮືອບິນ Airbus 50 ລຳ

(VOVWORLD) -ວັນທີ 20 ກໍລະກົດ, ຢູ່ງານວາງສະແດງການບິນໂລກ Farnborough Airshow 2018 ຢູ່ອັງກິດ, ບໍລິສັດການບິນລຸ້ນໃໝ່ Vietjet ໄດ້ລົງນາມໃນໃບສັ່ງຊື້ໃຫຍ່ 2 ໃບກັບກຸ່ມບໍລິສັດຜະລິດເຮືອບິນແຖວນໜ້າຂອງໂລກ Boeing (ອາເມລິກາ) ແລະ Airbus (ຝລັ່ງ).

Vietjet ລົງນາມຊື້ເຮືອບິນ Boeing 100 ລຳ ແລະ ເຮືອບິນ Airbus 50 ລຳ - ảnh 1 ບໍລິສັດການບິນລຸ້ນໃໝ່ Vietjet ໄດ້ລົງນາມໃນໃບສັ່ງຊື້ໃຫຍ່ 2 ໃບ

ກັບກຸ່ມບໍລິສັດຜະລິດເຮືອບິນແຖວນໜ້າຂອງໂລກ Boeing

(ພາບ:toquoc.vn)

ທ່ານນາງ ຫງວຽນທິເຟືອງຖາວ, ຜູ້ອຳນວຍການໃຫຍ່ Vietjet ແລະ ທ່ານ Kevin McAllister, ປະທານ ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Boeing ໄດ້ພ້ອມກັນລົງນາມໃນສັນຍາຊື້ຂາຍເຮືອບິນ Boeing 737 MAX 100 ລຳ ດ້ວຍມູນຄ່າ 12,7 ຕື້ USD ເພື່ອຮັບໃຊ້ໃຫ້ແຜນການຮ່ວມສຳພັນທາງການບິນຂອງບໍລິສັດໃນພາກພື້ນ ແລະ ໃນໂລກ.

        ສ່ວນໃບສັ່ງຊື້ເຮືອບິນທີ່ລົງນາມກັບ Airbus ແມ່ນບົດບັນທຶກຊ່ວຍຈຳ (MOU) ຈ່ອງຊື້ເຮືອບິນ A321neo ລຸ້ນໃໝ່ລ່າສຸດ 50 ລຳ, ດ້ວຍມີມູນຄ່າ 6,5 ຕື້ USD ໂດຍຮອງຜູ້ອຳນວຍການໃຫຍ່ Vietjet ແລະ ຜູ້ອຳນວຍການໃຫຍ່ການຄ້າ Airbus ພ້ອມກັນລົງນາມ.

ຕອບກັບ

ຂ່າວ/ບົດ​ອື່ນ