Vietjet ເປີດ​ສາຍ​ການ​ບິນ​ນະ​ຄອນ​ໂຮ່​ຈີ​ມິນ(ຫວຽດ​ນາມ)-ບາ​ຫຼີ (ອິນ​ໂດ​ເນ​ເຊຍ)

(VOVWORLD) -ວັນທີ 29 ພຶດສະພາ, ຢູ່ບາຫລີ(ອິນໂດເນເຊຍ), ບໍລິສັດການບິນ Vietjet ໄດ້ເປີດສາຍການບິນ ນະຄອນໂຮ່ຈີມິນ(ຫວຽດນາມ)-ບາຫຼີ (ອິນໂດເນເຊຍ), ເຊື່ອມຕໍ່ນະຄອນໃຫ່ຍກ່ວາໝູ່ຂອງຫວຽດນາມ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ອິນໂດເນເຊຍ.
Vietjet ເປີດ​ສາຍ​ການ​ບິນ​ນະ​ຄອນ​ໂຮ່​ຈີ​ມິນ(ຫວຽດ​ນາມ)-ບາ​ຫຼີ (ອິນ​ໂດ​ເນ​ເຊຍ)  - ảnh 1 ສະພາບພິທີເປີດສາຍການບິນ

ເຂົ້າຮ່ວມເຫດການດັ່ງກ່າວມີທ່ານນາງ Rizky Handayani ຮອງລັດຖະມົນຕີກະຊວງທ່ອງທ່ຽວ ອິນໂດເນເຊຍ, ທ່ານ Ibnu Hadi, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳຫວຽດນາມ, ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າກົງສູນບັນດາປະເທດອາຊຽນ.

ສາຍການບິນໂຮ່ຈີມິນ(ຫວຽດນາມ)-ບາຫລີ (ອິນໂດເນເຊຍ) ຈະມີ 5 ຖ້ຽວບິນໄປ-ກັບຕໍ່ອາທິດ  ດ້ວຍເວລາບິນແມ່ນປະມານ 4 ຊົ່ວໂມງ.

ຕອບກັບ

ຂ່າວ/ບົດ​ອື່ນ