Vietjet ໄດ້​ຮັບ​ການ​ຄັດ​ເລືອກວ່າ ເປັນ​ບໍ​ລິ​ສັດ​ການ​ບິນ​ລາ​ຄາ​ຕ່ຳ ແຕ່​ໃຫ້​ການ​ບໍ​ລິ​ການ​ເທິງ​ຍົນ​ດີ​ທີ່​ສຸດປີ 2023

(VOVWORLD) - Vietjet ໄດ້ຮັບຮູ້ວ່າ ໄດ້ມີການປ່ຽນໃໝ່ຮູບແບບຜະລິດຕະພັນການບິນ ແລະ ປັບປຸງຄຸນນະພາບຢ່າງບໍ່ຢຸດຢັ້ງ.
Vietjet ໄດ້​ຮັບ​ການ​ຄັດ​ເລືອກວ່າ ເປັນ​ບໍ​ລິ​ສັດ​ການ​ບິນ​ລາ​ຄາ​ຕ່ຳ ແຕ່​ໃຫ້​ການ​ບໍ​ລິ​ການ​ເທິງ​ຍົນ​ດີ​ທີ່​ສຸດປີ 2023 - ảnh 1 (ພາບປະກອບ: baochinhphu.vn)

ບໍລິສັດການບິນ Vietjet ຂອງ ຫວຽດນາມ ໄດ້ຄັດເລືອກວ່າ “ເປັນບໍລິສັດການບິນລາຄາຕ່ຳທີ່ໃຫ້ການບໍລິການຢູ່ເທິງຍົນດີທີ່ສຸດປີ 2023” (World’s Best Low Cost Airline Onboard Hospitality 2023”) ແລະ ສືບຕໍ່ໄດ້ຮັບການຍ້ອງຍໍວ່າ “ເປັນບໍລິສັດການບິນທີ່ປະຢັດທີ່ສຸດໃນໂລກປີ 2023” (Best Ultra Low – Cost Airline 2023) ຄັ້ງທີ 5 ຢ່າງລຽນຕິດ ໂດຍ AirlineRatings.com ຄັດເລືອກ.

        ທ່ານ Geoffrey Thomas ບັນນາທິການໃຫຍ່ເວັບໄຊ Airlineratings.com  ເນັ້ນໜັກວ່າ: Vietjet ໄດ້ຮັບຮູ້ວ່າ ໄດ້ມີການປ່ຽນໃໝ່ຮູບແບບຜະລິດຕະພັນການບິນ ແລະ ປັບປຸງຄຸນນະພາບຢ່າງບໍ່ຢຸດຢັ້ງ.

        Vietjet ກໍໄດ້ຈັດອັນດັບຈາກ AirlineRatings  ວ່າ ການບິນປອດໄພ 7 ດາວ, ເຊິ່ງເປັນອັນດັບສູງສຸດໃນໂລກ ແລະ ມີຫຼາຍປີລຽນຕິດ ນອນໃນກຸ່ມ 10 ບໍລິສັດການບິນລາຄາຕ່ຳດີສຸດ ແລະ ປອດໄພທີ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ