VietjetAirເປີດສາຍ ການປິນໄປກຳປູເຈຍແລະໄຕ້ຫວັນ(ປະເທດຈີນ)

VietjetAirເປີດສາຍ ການປິນໄປກຳປູເຈຍແລະໄຕ້ຫວັນ(ປະເທດຈີນ) - ảnh 1
ຜູ້​ໂດຍ​ສານ​ໃນ​ຖ້ຽວ​ບິນ ໄປ ຊຽມ​ຣຽບ
(ພາບ: Ngoc Anh)

(vovworld) - ວັນ​ທີ 7/11, ບໍ​ລິ​ສັດ​ການ​ບິນ Vietjet Air ໄດ້​ເປີດ​ສະຫຼອງ​ສາຍ​ການ​ບິນ​ຈາກ ຮ່າ​ໂນ້ຍ (ຫວຽດ​ນາມ) ໄປ ຊຽມ​ຣຽບ (ກຳ​ປູ​ເຈຍ). ສາຍ​ການ​ບິນ​ໄປ​ກັບ ຮ່າ​ໂນ້ຍ - ຊຽ​ມ​ຣຽບ ໄດ້​ຮັບ​ການ​ເຄື່ອນ​ໄຫວ​ໃນ​ທຸກວັນ, ໄລ​ຍະ​ເວ​ລາ​ບິນ​ຂອງ​ແຕ່​ລະ​ຖ້ຽວ​ປະ​ມານ 1 ໂມງ 50 ນາ​ທີ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 5/11, ຢູ່ ທາຍ​ໃພ໋, ໄຕ້​ຫວັນ (ປະ​ເທດ​ຈີນ) ບໍ​ລິ​ສັດ​ການ​ບິນ Vietjet Air ໄດ້​ປະ​ຊຸມ​ຂ່າວ​ປະ​ກາດ​ເປີດ​ສາຍ​ການ​ບິນ​ລະ​ຫວ່າງ ທາຍ​ໃພ໋ ແລະ ນະ​ຄອນ ໂຮ່​ຈີ​ມິນ, ເລີ​່​ມ​ແຕ່​ວັນ​ທີ 12/12/2014. ສາຍ​ການ​ບິນ ໂຮ່​ຈີ​ມິນ - ທາຍ​ໃພ໋ ດ້ວຍ 5 ຖ້ຽວ​ບິນ ໄປ - ກັບ/ ອາ​ທິດ ໃນ​ວັນ​ຈັນ, ​ວັນອັງ​ຄານ, ​ວັນພຸດ, ​ວັນສ​ຸກ ແລະ ວັນ​ອາ​ທິດ​. ໄລ​ຍະ​ຈະ​ມາ​ເຖິງ, Vietjet Air ຈະ​ເປີດ​ສາຍ​ການ​ບິນ​ຈາກ ກາວ​ສູງ, ທາຍ​ຈູງ ເຖິງ​ນະ​ຄອນ ໂຮ່​ຈີ​ມິນ ແລະ ຮ່າ​ໂນ້ຍ.


ຂ່າວ/ບົດ​ອື່ນ