Vietnam Airlines ຂຸດ​ຄົ້ນ​ຖ້ຽວ​ບິນ​ສາ​ກົນ​ຖ້ຽວ​ທຳ​ອິດ ນັບ​ແຕ່​ເວ​ລາ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຖ້ຽວບິນສາກົນຖ້ຽວທຳອິດ ໂດຍ Vietnam Airlines ຂຸດຄົ້ນນັບແຕ່ເວລາເກີດໂລກລະບາດໂຄວິດ - 19 ໂດຍບິນຈາກ Phnom Penh (ກຳປູເຈຍ) ໄປຍັງສະໜາມບິນ ເຕີນເຊີນເຍິດ, ຢູ່ນະຄອນໂຮ່ຈີມິນ, ໄດ້ຂົນສົ່ງຜູ້ໂດຍສານ 121 ຄົນ.
Vietnam Airlines ຂຸດ​ຄົ້ນ​ຖ້ຽວ​ບິນ​ສາ​ກົນ​ຖ້ຽວ​ທຳ​ອິດ ນັບ​ແຕ່​ເວ​ລາ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ: TTXVN

ຜູ້ຕາງໜ້າ Vietnam Airlines ແບ່ງປັນວ່າ ຖ້ຽວບິນນີ້ ໄດ້ສ້າງຂີດໝາຍເປີດປະຕູການບິນສາກົນປົກກະຕິຢ່າງເປັນທາງການ, ຟື້ນຟູຂົວເຊື່ອມຕໍ່ທາງການບິນຫວຽດນາມ ກັບ ໂລກ ແລະ ເປີດອອກແງ່ຫວັງຟື້ນຟູການບິນ, ການທ່ອງທ່ຽວຢ່າງແຮງ ພາຍຫຼັງໂລກລະບາດໂຄວິດ - 19. ຖ້ຽວບິນນອນໃນແຜນການຟື້ນຟູບັນດາຖ້ຽວບິນສາກົນ ປົກກະຕິຂົນສົ່ງຜູ້ໂດຍສານ ໄປຍັງສະຖານທີ່ທີ່ມີຄວາມປອດໄພຢູ່ລະດັບສູງ, ເລີ່ມແຕ່ວັນທີ 1 ມັງກອນ 2022 ໄດ້ຮັບການຕົກລົງຈາກລັດຖະບານ.

ກ່ຽວຂ້ອງເຖິງຖ້ຽວບິນນີ້, ທ່ານ Uch Leang ຜູ້ຮັກສາການ ຫົວໜ້າກົມຄົ້ນຄ້ວາ ອາຊີ - ອາຟຼີກາ ແລະ ຕາເວັນອອກກາງ ຂຶ້ນກັບສະຖາບັນພົວພັນຕ່າງປະເທດ (ສະຖາບັນບັນດິດ ລາຊະອານາຈັກ ກຳປູເຈຍ) ຖືວ່າ ການເປີດຖ້ຽວບິນສາກົນ ແມ່ນການຕັດສິນຢ່າງແຮງ ແລະ ທັນການຂອງ ລັດຖະບານ ຫວຽດນາມ ໃນສະພາບການໃນພາກພື້ນ ທີ່ພວມມານະພະຍາຍາມຟື້ນຟູການເສດຖະກິດ - ສັງຄົມ, ຟື້ນຟູລະບົບສະໜອງທົ່ວໂລກ ທີ່ຖືກຂາດວັກຂາດຕອນໃນໄລຍະເກີດໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ