Vietnam Airlines ຜັນຂະຫຍາຍຄວາມພ້ອມແຜນການຂົນສົ່ງໂດຍສານປອດໄພພາຍຫຼັງບຸນເຕັດ

(VOVWORLD) -ບໍລິສັດໄດ້ວັດແທກອຸນຫະພູມຜູ້ໂດຍສານທຸກຄົນກ່ອນທີ່ຈະຂຶ້ນຍົນ ແລະ ຜັນຂະຫຍາຍການລາຍງານດ້ານສາທາລະນະສຸກຢ່າງເຄັ່ງຂັດ, ໃຊ້ຜ້າອັດປາກ-ອັດດັງ, ແຍກໄລຍະຫ່າງຢູ່ເຂດເຮັດລະບຽບການ…
Vietnam Airlines ຜັນຂະຫຍາຍຄວາມພ້ອມແຜນການຂົນສົ່ງໂດຍສານປອດໄພພາຍຫຼັງບຸນເຕັດ - ảnh 1ບໍລິສັດໄດ້ຜັນຂະຫຍາຍການລາຍງານດ້ານສາທາລະນະສຸກ
(ພາບ: TTXVN)

ຜູ້ຕາງໜ້າບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ໃຫ້ຮູ້ວ່າ, ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບບັນດາເຈົ້າໜ້າທີ່, ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ ເພື່ອປ້ອງກັນຮັກສາສຸຂະພາບໃຫ້ແກ່ຜູ້ໂດຍສານ, ແຮງງານ, ໂດຍສະເພາະແມ່ນພາຍຫຼັງບຸນເຕັດ. ບໍລິສັດໄດ້ວັດແທກອຸນຫະພູມຜູ້ໂດຍສານທຸກຄົນກ່ອນທີ່ຈະຂຶ້ນຍົນ ແລະ ຜັນຂະຫຍາຍການລາຍງານດ້ານສາທາລະນະສຸກຢ່າງເຄັ່ງຂັດ, ໃຊ້ຜ້າອັດປາກ-ອັດດັງ, ແຍກໄລຍະຫ່າງຢູ່ເຂດເຮັດລະບຽບການ… ນີ້ແມ່ນວຽກງານກະກຽມໃຫ້ແກ່ການຂົນສົ່ງໂດຍສານທາງການບິນໃຫ້ຮັບປະກັນຄວາມປອດໄພ.

        ພິເສດ, ເພື່ອໜູນຊ່ວຍຜູ້ໂດຍສານໃນໂອກາດນີ້, Vietnam Airlines ໄດ້ຜັນຂະຫຍາຍນະໂຍບາຍໜູນຊ່ວຍປ່ຽນປີ້ໃຫ້ຜູ້ໂດຍສານທີ່ຖືກແຍກຕົວ ຫຼື ຜູ້ໂດຍສານຖືກຈຳກັດການໄປມາຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ