Vietnam Airlines ຟື້ນ​ຟູ​ສາຍ​ການ​ບິນ ລະ​ຫວ່າງ ນະ​ຄອນ​ໂຮ່​ຈີ​ມິນ ແລະ ສະ​ໜາມ​ບິນເວິນ​ໂດ່ນ​ຢ່າງ​ເປັນ​ທາງ​ການ

(VOVWORLD) - ຜູ້ຕາງໜ້າບໍລິສັດການບິນແຫ່ງຊາດ ຫວຽດນາມ - Vietnam Airlines ໃຫ້ຮູ້ວ່າ: ບໍລິສັດໄດ້ຂຸດຄົ້ນຄືນບັນດາຖ້ຽວບິນລະຫວ່າງ ນະຄອນໂຮ່ຈີມິນ ແລະ ເວິນໂດ່ນ (ກ໋ວາງນິງ) ຢ່າງເປັນທາງການ.
Vietnam Airlines ຟື້ນ​ຟູ​ສາຍ​ການ​ບິນ ລະ​ຫວ່າງ ນະ​ຄອນ​ໂຮ່​ຈີ​ມິນ ແລະ ສະ​ໜາມ​ບິນເວິນ​ໂດ່ນ​ຢ່າງ​ເປັນ​ທາງ​ການ - ảnh 1Vietnam Airlines ຟື້ນຟູສາຍການບິນ ລະຫວ່າງ ນະຄອນໂຮ່ຈີມິນ ແລະ ສະໜາມບິນເວິນໂດ່ນຢ່າງເປັນທາງການ (ພາບ: Vietnam+)

ຕາມນັ້ນແລ້ວ, ບັນດາຖ້ຽວບິນໝາຍເລກ VN1286 ອອກເດີນທາງແຕ່ ນະຄອນໂຮ່ຈີມິນໃນເວລາ 13ໂມງ00ນາທີ ແລະ ໝາຍເລກ VN 1287 ອອກເດີນທາງແຕ່ເວິນໂດ່ນ ໃນເວລາ 15ໂມງ 45 ນາທີ. ບັນດາຖ້ຽວບິນລ້ວນແຕ່ໄດ້ຮັບການຂຸດຄົ້ນໂດຍເຮືອບິນ Airbus A321 ດ້ວຍມາດການການບໍລິການສາກົນ 4 ດາວ.

ການຂຸດຄົ້ນສາຍການບິນຄືນນີ້ ຈະຊ່ວຍປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດການທ່ອງທ່ຽວກໍ່ຄືສ້າງທ່າເຕີບໂຕໃຫ້ແກ່ຂະແໜງທ່ອງທ່ຽວແຂວງກ໋ວາງນິງ ແລະ ບັນດາແຂວງໃກ້ຄຽງ. ໃນໄລຍະຈະມາເຖິງ, Vietnam Airlines ຈະພ້ອມກັບແຂວງກ໋ວາງນິງຄົ້ນຄ້ວາ, ກໍ່ສ້າງບັນດາວິທີການກະຕຸກຊຸກຍູ້, ດຶງດູດແຂກທ່ອງທ່ຽວ, ໜູນຊ່ວຍແຂວງຟື້ນຟູເສດຖະກິດ, ການພົວພັນການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ