Vietnam Expo 2018: ວາງສະແດງບັນດາຜະລິດຕະພັນເຕັກໂນໂລຢີ

(VOVWORLD) - ງານຕະຫລາດນັດການຄ້າສາກົນ ຫວຽດນາມ ຄັ້ງທີ 28 ດ້ວຍຫົວຂໍ້ວ່າ “Vietnam Expo - ເພີ່ມທະວີການເຊື່ອມຕໍ່ກັບເສດຖະກິດພາກພື້ນ” ຈະດຳເນີນໃນລະຫວ່າງວັນທີ 11 – 14 ເມສາ ທີ່ສູນວາງສະແດງສາກົນຮ່າໂນ້ຍ (ICE).

ປັດຈຸບັນ, ງານຕະຫລາດນັດໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດເປັນຈຳນວນຫລວງຫລາຍ 450 ແຫ່ງທີ່ມາຈາກ 23 ປະເທດ ແລະ ເຂດແຄ້ວນຄື: ອີຢິບ, ກຳປູເຈຍ, ກູບາ, ໄຕ້ຫວັນ (ຈີນ), ສ.ເກົາຫຼີ, ຮົ່ງກົງ (ຈີນ), ລາວ, ສະຫະພັນລັດເຊຍ, ມົງໂກນ, ເນປານ, ຍີ່ປຸ່ນ, ສິງກະໂປ, ໄທ, ຈີນ…

        ຜະລິດຕະພັນທີ່ວາງສະແດງຢູ່ງານຕະຫລາດນັດ ສຸມໃສ່ເຂົ້າໃນບັນດາກຸ່ມໝວດສິນຄ້າຄື: ເຄື່ອງຈັກອຸປະກອນ; ການກໍ່ສ້າງ ແລະ ວັດສະດູກໍ່ສ້າງ, ໄຟຟ້າ, ເອເລັກໂຕນິກ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ; ວັດຖຸດິບສຳຮອງ; ສະບຽງອາຫານ, ເຄື່ອງດື່ມ; ຜະລິດຕະພັນກະເສດ…

        ປີນີ້, ລັດເຊຍ ເຂົ້າຮ່ວມ Vietnam Expo ດ້ວຍບົດບາດເປັນແຂກຖືກເຊີນກິດຕິມະສັກ, Vietnam Expo 2018 ຈະແມ່ນຂີດໝາຍຄົບຮອບ 20 ປີ ທີ່ສ.ເກົາຫຼີ ເຂົ້າຮ່ວມວົງການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ