VietnamAirlinesເປີດສາຍການບິນຮ່າໂນ້ຍ-Haneda(ຍີ່ປຸ່ນ)

VietnamAirlinesເປີດສາຍການບິນຮ່າໂນ້ຍ-Haneda(ຍີ່ປຸ່ນ) - ảnh 1
ພາບປະກອບ

(vovworld) – ຕອນ​ບ່າຍ​ວັນ​ທີ 1/7, ບໍລິສັ​ດການບິນ​ແຫ່ງ​ຊາ​ດ ຫວຽດນາມ (Vietnam Airlines) ​ໄດ້​ເປີ​ດສະຫຼອງ​ສາຍ​ການບິນ​ໃໝ່​ຈາກ​ນະຄອນຫຼວງ ຮ່າ​ໂນ້ຍ ​ໄປ​ສະໜາມ​ບິນ​ສາກົນ Haneda, ຢູ່​ນະຄອນຫຼວງ ​ໂຕ​ກຽວ, ປະ​ເທດ ຍີ່ປຸ່ນ. ນີ້​ແມ່ນ​ສາຍ​ການບິນ​ທີ 9 ຈາກ ຫວຽດນາມ ​ໄປ ຍີ່ປຸ່ນ​ຂອງ Vietnam Airlines. ​ສາຍ​ການບິນ​ໃໝ່​ນີ້​ຈະ​​ເຄື່ອນ​ໄຫວ 7 ຖ້ຽວ/ອາທິດ ດ້ວຍ​ເຮືອບິນ Airbus A 321 ​ແລະ ​ເລີ່​ມ​ເດີນທາງ​ໃນ​ເວລາ 8 ​ໂມງ​ຈາກ​ສະໜາ​ມບິນ ​ໂນ້ຍບ່າຍ.

    ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​ສະຫຼອງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈ​ຳ ຍີ່ປຸ່ນ ດ່ວານ​ຊວນ​ຮຶງ ​ໃຫ້​ຮູ້​ວ່າ: ການ​ພົວພັນ 2 ຝ່າຍ ຫວຽດນາມ - ຍີ່ປຸ່ນ ພວມ​ພັດທະນາ​ຢ່າງ​ດີງາມ. ​ເລື່ອງ Vietnam Airlines ​ເປີດ​ສາຍ​ການບິນ​ໃໝ່​ຈະ​ປະກອບ​ສ່ວນ​ແທ​ດຈິງ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ພື້ນ​ຖານ​ເສດຖະກິດ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ