Viettel ພິຊິດຕະຫຼາດ ຟີລິບປິນ ດ້ວຍສັນຍານັບລ້ານ USD

(VOVWORLD) - Viettel ບໍ່ພຽງແຕ່ນຳມາເຊິ່ງບັນດາມາດຕະການແກ້ໄຂດ້ານເຕັກໂນໂລຊີທີ່ກ້າວໜ້າເທົ່ານັ້ນ, ຫາກຍັງຊ່ວຍກຳລັງຕຳຫຼວດ ຟີລິບປິນ ປັບປຸງກຳລັງການຝຶກຊ້ອມຢ່າງຈະແຈ້ງ
Viettel ພິຊິດຕະຫຼາດ ຟີລິບປິນ ດ້ວຍສັນຍານັບລ້ານ USD - ảnh 1ພິທີລົງນາມໃນສັນຍາສະໜອງລະບົບຈຳລອງຝຶກຊ້ອມການຍິງປືນ
(ພາບ: TTXVN)

        ຕອນເຊົ້າວັນທີ 29 ສິງຫາ, ຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ, ບໍລິສັດໃຫຍ່ອຸດສາຫະກຳເຕັກໂນໂລຊີສູງ Viettel - ຫວຽດນາມ (Viettel High Tech) ໄດ້ລົງນາມໃນສັນຍາສະໜອງລະບົບຈຳລອງຝຶກຊ້ອມການຍິງປືນ ກັບບໍລິສັດ ContactPoint, Inc (ຟີລິບປິນ) ເພື່ອສະໜອງໃຫ້ຕຳຫຼວດແຫ່ງຊາດ ຟີລິບປິນ. ນີ້ແມ່ນສັນຍາສະບັບທີ 2 ໃນເວລາພຽງເຄິ່ງປີຂອງ ຫວຽດນາມ ຢູ່ຕະຫຼາດນີ້, ດ້ວຍຍອດມູນຄ່າເກືອບ 2 ລ້ານ USD. ເຫດການໄດ້ສ້າງຂີດໝາຍບາດລ້ຽວສຳຄັນຂອງ Viettel ບົນເສັ້ນທາງພິຊິດໃນຂົງເຂດເຕັກໂນໂລຊີສູງຢູ່ ຟີລິບປິນ.

        ຕີລາຄາກ່ຽວກັບລະບົບຈຳລອງດັ່ງກ່າວ, ທ່ານ Radel Ramos, ຫົວໜ້າຮັບຜິດຊອບການຝຶກຊ້ອມຂອງຕຳຫຼວດແຫ່ງຊາດ ຟີລິບປິນ, ໃຫ້ຂໍ້ສັງເກດວ່າ Viettel ບໍ່ພຽງແຕ່ນຳມາເຊິ່ງບັນດາມາດຕະການແກ້ໄຂດ້ານເຕັກໂນໂລຊີທີ່ກ້າວໜ້າເທົ່ານັ້ນ, ຫາກຍັງຊ່ວຍກຳລັງຕຳຫຼວດ ຟີລິບປິນ ປັບປຸງກຳລັງການຝຶກຊ້ອມຢ່າງຈະແຈ້ງ, ສອດຄ່ອງກັບເງື່ອນໄຂໃນສະພາບຕົວຈິງຂອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ